Breaking News

ໂຕໂນ່ ນັກຮ້ອງຊື່ດັງລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງຊາວລາວ ພ້ອມໂພສຊຶ້ງ “ຂ້ອຍຮັກເຈົ້າຫຼາຍເດີ້”

ແບ່ງປັນ

ດັ່ງທີ່ ຂວັນໃຈ ເຮົາໄດ້ລາຍງານໄປກ່ອນໜ້າວ່າ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງປະເທດເພື່ອນບ້ານ ຈະເດີນທາງພ້ອມທີມງານເພື່ອມາເປັນສ່ວນໜຶ່ງໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ, ປັດຈຸບັນ ໂຕໂນ່ ໄດ້ເດີນທາງຮອດຈຸດໝາຍກໍ່ຄື ມ.ສະໜາມໄຊ ແຂວງອັດຕະປື ເປັນທີ່ຮຽບຮ້ອຍແລ້ວ ແລະ ມີການເຂົ້າຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງໂອ້ລົມ ຖາມໄຖ່ ໃຫ້ກຳລັງໃຈຜູ້ປະສົບໄພ ແລະ ນອກຈາກນັ້ນ ໂຕໂນ່ ຍັງໄດ້ໂພສຮູບພາບ ພ້ອມແຄັບຊັ່ນສຸດຊຶ້ງວ່າ:

“ຂ້ອຍຮັກເຈົ້າຫຼາຍເດີ້ ໃນມື້ທີ່ເດັກບ້ານຂ້ອຍຕິດຖໍ້າ ພວກເຈົ້າກໍ່ສົ່ງຄົນມາຊ່ວຍ ໃນວັນທີ່ພວກເຈົ້າເດືອດຮ້ອນ ກໍ່ໃຫ້ພວກຂ້ອຍໄດ້ເຮັດສິ່ງທີ່ເພື່ອນບ້ານກັນ…ຄວນຈະເຮັດ ຂໍໃຫ້ພວກເຈົ້າເຂັ້ມແຂງ ອົດທົນໃນຊ່ວງເວລາທີ່ຍາກລຳບາກ ຮອຍຍິ້ມຂອງພວກເຈົ້າ ມີຄວາມໝາຍຕໍ່ການເດີນທາງໄປຂອງພວກຂ້ອຍຫຼາຍເຫຼືອເກີນ…ໄພຕ່າງໆມັນເກີດຂຶ້ນໄດ້ຕະຫຼອດ ແຕ່ນໍ້າໃຈແລະຄວາມຮັກທີ່ພວກເຮົາມີໃຫ້ກັນ ກໍ່ສາມາດເຮັດໃຫ້ໂລກນີ້ໜ້າຢູ່ຂຶ້ນໄດ້”

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຮູບພາບຈາກ: mootono29

ແບ່ງປັນ