Breaking News

ຂ່າວດີສຸດໆ!!! ໜຸ່ມລາວຄວ້າລາງວັນລະດັບໂລກ Mister United Asia 2018 #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ຂ່າວດີສຸດໆ!!! ເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະເຖິງແມ່ນວ່າ ປະເທດລາວ ຈະຢູ່ໃນຊ່ວງວິກິດ ເພາະມີເຫດນໍ້າຖ້ວມ ເຮັດໃຫ້ພີ່ນ້ອງລາວເຮົາຫຼາຍແຂວງໄດ້ຮັບຜົນກະທົບຢ່າງໜັກ ແຕ່ເຖິງຢ່າງໃດກໍ່ຕາມ ຄວາມໂຊກຮ້າຍໃນຄັ້ງນີ້ ກໍ່ຍັງມີຄວາມໂຊກດີ ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ເພາະຫຼ້າສຸດ ບອຍ ໄຊຍະເວດ ຄວ້າລາງວັນໃນການປະກວດເວທີລະດັບສາກົນ Mister United Asia 2018 ໄປສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ (#ແຊຣໄປໃຫ້ໂລກຮູ້) ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້)

ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: 

  1. Mister United Asia 2018
  2. The winner – Inspiration & Smart
  3. The winner – Best man of Korat (Most Popular Candidate in Korat province)
  4. The winner – Mister United Asia Top Awards by N-Risi & Signaure
  5.  Top five of Best in Thai Short Costume

 (ວ້າວວວ!!! ຊົມເຊີຍເດີ້ ສຸດຍອດ…) 

ຮູບພາບ: fb/Firstmodelinglao

ແບ່ງປັນ