Breaking News

ຊາວອັດຕະປືຍິ້ມໄດ້ ຕັ້ງສາຍາໃໝ່ໃຫ້ ຟຣຸກ ຈິຣະ ແບບນີ້…

ແບ່ງປັນ

ເປັນອີກໜຶ່ງໂມເມັ້ນແຫ່ງຄວາມປະທັບໃຈ ຫຼັງຈາກທີ່ທີມຂອງ ແອບເປີ້ນ-ຟຣຸກ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ. ອັດຕະປື ພໍຮອດພວກເຂົາກໍ່ໄດ້ນຳເຄື່ອງໄປແຈກຢາຍ ແລະ ເຂົ້າໄປຖາມໄຖ່ສາລະທຸກສຸກດິບ ຈົນເຮັດໃຫ້ແຟນໆຊ່ວອັດຕະປືຍິ້ມໄດ້ ແລະ ຂໍເກັບພາບຖ່າຍຮູບຮ່ວມກັນແບບລົວໆ, ເຊິ່ງ ແອບເປີ້ນ ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນໜ້າຮັກໆວ່າ: “ເຂົາວ່າ ຜົວ2018 ໃນມື້ນີ້ມາມອບຄວາມສຸກ ແລະ ກຳລັງໃຈແບບລ້ວນໆ ນ້ອງໆບອກດີໃຈຫຼາຍ…” 

(ຟຣຸກ ຈິຣະ ກາຍເປັນ #ຜົວ2018 ໄປແລ້ວວວ…ແລະ ຍັງມີພາບບັນຍາກາດມາໃຫ້ເບິ່ງກັນນຳເດີ້!!!)

ພວກເຮົາດີໃຈທີ່ເຫັນ ຮອຍຍີ້ມ ຂອງທຸກໆຄົນ ແລະ ຂໍຂອບໃຈທຸກໆຝ່າຍທີ່ຫຼັງໄຫຼນໍ້າໃຈເຂົ້າຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກເຫດການໃນຄັ້ງນີ້.

ຮູບພາບ: Appleminiberry

ແບ່ງປັນ