Breaking News

ງານດີເວີ້! ສ່ອງ ບອຍ ໄຊຍະເວດ Mister United Asia 2018 (ສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ)

ແບ່ງປັນ

ດັ່ງທີ່ແຟນໆໄດ້ຮູ້ໄປແລ້ວວ່າ ບອຍ ໄຊຍະເວດ ພັນປະເສດ ຕົວແທນໜຸ່ມລາວທີ່ໄປແຂ່ງຂັນໃນເວທີລະດັບໂລກ ແຖມຍັງບໍ່ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວລາວເຮົາຜິດຫວັງເດີ້ ຖືວ່າເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະສາມາດຄວ້າລາງວັນ Mister United Asia 2018 ມາຝາກຄົນລາວເຮົາ ແລະ ຍັງບໍ່ໝົດເພາະຍັງກວດລາງວັນພິເສດໃນຊ່ວງເກັບຕົວປະກວດມາໄດ້ເຖິງ 4 ລາງວັນ ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ:

  1. Mister United Asia 2018
  2. The winner – Inspiration & Smart
  3. The winner – Best man of Korat (Most Popular Candidate in Korat province)
  4. The winner – Mister United Asia Top Awards by N-Risi & Signaure
  5.  Top five of Best in Thai Short Costume

ຊົມເຊີຍ…ສຸດຍອດໄປເລີຍ…ນີ້ແຫຼະຄົນລາວ (ຢ່າລືມແຊຣໃຫ້ໂລກຮູ້ເດີ້)  ແລະ ຍັງບໍ່ໝົດ ເພາະ ຊະນີIndy ຍັງຈະພາມາສ່ອງໂປຟາຍຂອງ ບອຍ ໄຊຍະເວດ Mister United Asia 2018 ຄົນນີ້ ຂໍບອກວ່າ ງານດີເວີ້… (ກຽມທິດຊູ້ ກຽມແພໄວ້ເຊັດນໍ້າລາຍກ່ອນກໍ່ດີເດີ້ສາວໆທັງຫຼາຍ 555)

ບອຍ ໄຊຍະເວດ Mister United Asia 2018 ງານດີ ບຸກຂະລິກເດັ່ນສົມແລ້ວທີ່ຄວ້າລາງວັນມາຝາກຄົນລາວ, ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້.

ທີ່ມາຮູບພາບ: Boy Xayaveth , Firstmodelinglao

ແບ່ງປັນ