Breaking News

ລຳໄຍ ໄຫທອງຄຳ ຝາກກຳລັງໃຫ້ໃຈພີ່ນ້ອງຊາວລາວ ດ້ວຍບົດເພງ “ສົ່ງໃຈໄປອັດຕະປື”

ແບ່ງປັນ

ເປັນສິລະປິນອີກໜຶ່ງທ່ານທີ່ຮ່ວມໃຫ້ກຳລັງໃຈພີ່ນ້ອງຊາວລາວຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງ ລຳໄຍ ໄຫທອງຄຳ ນັກຮ້ອງສາວຊື່ດັງຂອງປະເທດໄທ ກໍ່ໄດ້ປ່ອຍເພງ  “ສົ່ງໃຈໄປອັດຕະປື” ຜ່ານຊ່ອງທາງຍູທູບໃຫ້ທຸກໆຄົນໄດ້ຟັງກັນ ໃນວັນທີ 28 ກໍລະກົດ 2018 ທີ່ຜ່ານມາ.

ເຊິ່ງບົດເພງກໍ່ເວົ້າເຖິງເຫດການທີ່ໂຫດຮ້າຍຈາກເຫດເຂື່ອນແຕກທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ສົ່ງແຮງໃຈໃຫ້ພໍ່ແມ່ພີ່ນ້ອງຊາວລາວທີ່ປະສົບໄພ, ເອົາເປັນວ່າລອງມາຟັງກັນເບິ່ງເນາະ ຟັງແລ້ວເສົ້າ ຊຶ້ງກິນໃຈຫຼາຍໆ.

ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຮູບພາບ: IG/lamyailion

ຄລິບ: ไหทองคํา เรคคอร์ด

ແບ່ງປັນ