Breaking News

ຟຣຸກ ຈິຣະ #ເຂີຍລາວ2018 ຂວັນໃຈແຟນໆຊາວອັດຕະປື

ແບ່ງປັນ

ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວ ອັດຕະປື, ຫຼັງຈາກ ຟຣຸກ ຈິຣະ ນັກຮ້ອງ-ນັກສະແດງຊື່ດັງຂອງປະເທດໄທ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພພ້ອມດ້ວຍ ແອບເປີ້ນ ສີສະຫງຽນ ເຮັດໃຫ້ແຟນໆຕ່າງພາກັນດີໃຈ ເຮັດໃຫ້ພວກເຂົາຍິ້ມໄດ້ ແຖມແຟນໆຊາວອັດຕະປື ຍັງຕັ້ງສາຍາໃຫ້ ໜຸ່ມ ຟຣຸກ ວ່າ #ເຂີຍລາວ2018 ຫຼື ບາງຄົນກໍ່ເອີ້ນ ຟຣຸກ ແບບຢອກໆວ່າ #ຜົວ2018

(ພາບບັນຍາກາດທີ່ ຟຣຸກ ແລະ ແອບເປີ້ນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ)

ດີໃຈທີ່ເຫັນພໍ່ແມ່ພີ່ນ້ອງທີ່ປະສົບໄພຍິ້ມ ແລະ ມີສີໜ້າທີ່ຍິ້ມແຍ້ມແຈ່ໃສ, ຢ່າງໃດກໍ່ຂໍຂອບໃຈທານນໍ້າໃຈ ແລະ ຄວາມຊ່ວຍເຫຼືອຈາກທຸກພາກສ່ວນ ເຮົາຈະຜ່ານຊ່ວງເວລາທີ່ຮ້າຍແຮງເທື່ອນີ້ໄປພ້ອມໆກັນ.

ຮູບພາບ: FB/Fluke Jira

ແບ່ງປັນ