Breaking News

ທີມຂ່າວໄທໂພສຊຶ້ງເຖິງນໍ້າໃຈຄົນລາວທີ່ມີໃຫ້ ໃນຂະນະເດີນທາງມາເຮັດຂ່າວທີ່ອັດຕະປື

ແບ່ງປັນ

ຫຼ້າສຸດເກີດມີໂມເມັ້ນແຫ່ງຄວາມປະທັບໃຈ ເນື່ອງຈາກວ່າ ຖາປະນີ ອຽດສີໄຊ ນັກຂ່າວຊ່ອງ 3 ຈາກປະເທດໄທ ໄດ້ໂພສຜ່ານເຟສບຸກສ່ວນຕົວ ຍົກຍ້ອງເຖິງນໍ້າໃຈຂອງຄົນລາວ ທີ່ໄດ້ໃຫ້ທີ່ຢູ່ອາໃສຕົນ ພ້ອມດ້ວຍທີມງານ ໃນຂະນະທີ່ມາເຮັດຂ່າວທີ່ ມ.ສະໜາມໄຊ ແຂວງອັດຕະປື.

“ຂອບໃຈຫຼາຍໆກັບນໍ້າໃຈຂອງພໍ່ທອງ ແລະ ຄອບຄົວທີ່ໃຫ້ພວກເຮົາໄດ້ນອນທີ່ບ້ານຂອງພໍ່ແມ່ລະຫວ່າງເຮັດຂ່າວໃນ ມ.ສະໜາມໄຊ ແຂວງອັດຕະປື ສປປ ລາວ ທັງໆທີ່ບ້ານພໍ່ຕູ່ແມ່ຕູ້ ກໍ່ເສຍຫາຍຈາກເຫດເຂື່ອນແຕກທັງຫຼັງ ພໍ່ຕູ່ແມ່ຕູ້ກໍ່ເປັນຜູ້ປະສົບໄພ ພີ່ນ້ອງກໍ່ເສຍຊີວິດຈາກເຫດການນີ້ດ້ວຍ ຂໍສະແດງຄວາມເສີຍໃຈຫຼາຍໆໃຫ້ກຳລັງໃຈທຸກຄົນ ຮັກ ຜູກພັນໝັ້ນຈິດ”

(ມີຄລິບທີ່ຄອບຄົວຜູ້ປະສົບໄພ ມັດແຂນ ໃຫ້ທີມຂ່າວຈາກປະເທດໄທ ເປັນພາບທີ່ປະທັບໃຈຫຼາຍໆ…)

ขอบคุณพ่อทอง แม่คำ เมืองสนามไช,สปป.ลาว ที่มีน้ำใจให้นอนที่บ้านที่ดูแลตลอดเวลามาทำข่าวที่สนามไช ขอบใจหลายๆค่ะ

Posted by Thapanee Ietsrichai on Tuesday, July 31, 2018

 

ເຫັນແລ້ວຮູ້ສຶກປະທັບໃຈ ລາວ-ໄທ ບໍ່ຖິ້ມກັນ, ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍເປັນກຳລັງໃຈໃຫ້ຄອບຄົວຜູ້ປະສົບໄພທຸກໆຄົນ ແລະ ທີມຂ່າວຈາກທຸກໆພາກສ່ວນ…ສູ້ໆເດີ້ #ແຊຣໄປໃຫ້ໂລກຮູ້ນຳໃຈຈາກຄົນລາວ

ທີ່ມາ: Thapanee Ietsrichai

ແບ່ງປັນ