Breaking News

ມອບເງິນ 500.000 ກີບ​ ຕໍ່​ຄອບຄົວຜູ້ປະສົບໄພໃນເບື້ອງຕົ້ນ ເງິນ​ບໍລິຈາກທຸກ​ກີບ ​ແມ່ນ​ບໍ່​ໄດ້​ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ

ແບ່ງປັນ

 “ເງິນ​ບໍລິຈາກທຸກ​ກີບ ​ແມ່ນ​ບໍ່​ໄດ້​ເອົາໄປໃຊ້ໃນບ້ວງບໍລິຫານໃດໆທັງນັ້ນ”

ທ່ານ ນາງ ​ໃບ​ຄຳ ຂັດ​ທິຍະ ຮອງ​ລັດຖະມົນຕີ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໂດຍຕາງໜ້າ​ໃຫ້​ຄະນະ​ກຳມະ​ການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ​ໄດ້ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ: ​ເງິນ​ທຸກ​ກີບ ທຸກ​ບາດ ​ແລະ ທຸກ​​ໂດ​ລາ ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ຈາກ​ສັງຄົມທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດນັ້ນ ​ແມ່ນ​ບໍ່​ໄດ້​ນຳ​ເອົາ​ໄປ​ໃຊ້​ເຂົ້າ​ໃນເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ, ​ເຊິ່ງ​ເງິນ​ທັງ​ໝົດ ຈະ​ໄດ້​ນຳ​ໃຊ້​ເຂົ້າ​ຢູ່​ໃນ​ການ​ຊ່ວຍ​ເຫລືອ​ສຸກ​ເສີນ​ຕົວ​ຈິງ​ໃຫ້​ແກ່​ປະຊາຊົນ ​ແລະ ນຳ​ໃຊ້​ເຂົ້າ​ຢູ່​ໃນ​ໄລຍະ​ການ​ຟື້ນ​ຟູ​ໃຫ້​ມີ​ປະສິດທິພາບ​ທີ່​ສຸດ.


ທ່ານ ຮອງ​ລັດຖະມົນຕີ ​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ໃນວັນທີ 31 ກໍລະກົດ 2018 ນີ້​ວ່າ: ຈຳນວນ​ເງິນ​ທັງ​ໝົດ​ທີ່່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ​ແມ່ນ​ໄດ້​ສົ່ງ​ເຂົ້າ​ບັນຊີ​ທີ່​ໄດ້​ແຈ້ງ​ໄວ້​ຢູ່​ທະນາຄານ​ການ​ຄ້າ​ຕ່າງປະ​ເທດລາວ​ມະຫາຊົນ ​ທັງໝົດ​ເລີຍ, ​ໃນ​ເບື້ອງ​ຕົ້ນ ໄດ້ມອບໃຫ້ບັນດາຄອບຄົວຜູ້ປະສົບໄພຢູ່ເມືອງ ສະໜາມ​ໄຊ, ​ແຂວງ​ ອັດ​ຕະປື ຈຳນວນ 500.000 ກີບ​ຕໍ່​ຄອບຄົວ.

ຄື​ດັ່ງ​ທີ່​ພວກ​ເຮົາຮັບຊາບ​ນຳ​ກັນ​ແລ້​ວ ບໍ່​ສະ​ເພາະ​ແຕ່​ແຂວງ​ອັດຕະປື​ເທົ່າ​ນັ້ນທີ່​ໄດ້​ຮັບ​ຜົນ​ກະທົບ, ປະຊາຊົນ​ລາວ​ໃນ​ຂອບ​ເຂດ​ເກືອບ​ທົ່ວ​ປະ​ເທດກໍ​ກຳລັງ​ປະສົບໄພນ້ຳຖ້ວມເຊັ່ນດຽວກັນ, ສະ​ນັ້ນ ​ຈຶ່ງ​ຕິດ​ພັນ​ກັບ​​ເງິນ​ຊ່ວຍ​ເຫລືອ ​ແລະ ວັດຖຸ​ຕ່າງໆ ທີ່​ໄດ້​ສົ່ງ​ເຂົ້າ​ມາ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ໃນ​ຄັ້ງ​ນີ້. ພວກ​ເຮົາ​ໄດ້​ແຕ່ງ​ຕັ້ງ​ຄະນະກຳມະການຮັບຜິດ​ຊອບ​ໂດຍ​​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ​ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ຮ່ວມ​ກັບຄະນະກຳມະການສະເພາະກິດຄວບຄຸມໄພພິບັດ ​ແລະ ​ຄະນະ​ກຳມະ​ການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ​ເພື່ອ​ໃຫ້ມີ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະບົບ ​​​ເພື່ອ​ຮັບປະກັນ​ໃນ​ການນຳ​​ໃຊ້ເງິນ​ຊ່ວຍ​ເຫລືອ ​ແລະ ວັດຖຸ​ຕ່າງໆນັ້ນ ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ​ສຸດ.

​ ມາ​ຮອດ​ເວລາ 17:00 ​ໂມງ ຂອງ​ວັນ​ທີ 31 ກໍລະກົດ 2018 ​(​ເລີ່​ມ​ແຕ່​ວັນ​ທີ 24 ກໍລະກົດ ​ເປັນ​ຕົ້ນ​ມາ) ຍອດ​ເງິນສົດ​ຂອງການບໍລິ​ຈາກ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ຢູ່​ສູນ​ຮັບ​ບໍ​ລິ​ຈາກ ກະຊວງ​ສະຫວັດດີກາ​ນ ​ແລະ ສັງຄົມ ໄດ້​ບັນລຸ 14,8 ຕື້​ກວ່າ​ກີບ, ​ໃນ​ນັ້ນສະກຸນເງິນໂດລາຈຳນວນ 155.000 ກວ່າໂດລາ ສະຫະລັດ ​ແລະ ສະກຸນເງິນບາດໄທ ປະມານ 4,6 ລ້ານບາດ.
ທີ່ມາ:ຂປລ  ຂ່າວ: ສິງ​ຄຳ, ພາບ: ກອງ​ທັບ

ແບ່ງປັນ