Breaking News

ພຽງແຕ່ໄດ້ຍິນຄຳນີ້…ກໍ່ເຮັດໃຫ້ Dj ມະຕູມ ມີແຮງສູ້ເພື່ອພີ່ນ້ອງຊາວລາວ!!!

ແບ່ງປັນ

Dj ມະຕູມ ເປັນອີກໜຶ່ງສິລະປິນຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ໄດ້ເດີນທາງລົງພາກໃຕ້ ປະເທດລາວ ເພື່ອເຂົ້າຊ່ວຍເຫຼືປຜູ້ປະສົບໄພ ນໍ້າຖ້ວມ ແລະ ກ່ອນໜ້ານີ້ ຂວັນໃຈ ເຮົາກໍ່ໄດ້ມີການນໍາສະເໜີຂ່າວຂອງ Dj ຄົນນີ້ ເພາະການມາຂອງເພິ່ນເປັນມີອຸປະສັກຫຼາຍຢ່າງ ບໍ່ເປັນໄປຕາມແຜນທີ່ວາງໄວ ແຕ່ດ້ວຍຄວາມພະຍາຍາມ ແລະ ຕ້ອງການຊ່ວຍເຫຼືອຜູ້ປະສົບໄພຊາວລາວເຮົາແລ້ວຈຶ່ງເຮັດໃຫ້ເພິ່ນສູ້ບໍ່ຖອຍ.

ຫຼ້າສຸດ ເມື່ອບໍ່ດົນມານີ້ Dj ມະຕູມ ກໍ່ໄດ້ໂພສຮູບພາບ ແລະ ຄລິບ ທີ່ເຮັດໃຫ້ຊຶ້ງໃຈໄປຕາມໆກັນ ເປັນຮູບພາບຂອງການເຂົ້າຊ່ວຍເຫຼືອ ພີ່ນ້ອງຊາວລາວທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມ ແລະ Dj ມະຕູມ ກໍ່ໄດ້ລົງຂີ່ເຮືອ ເອົາເຄື່ອງຂອງຕ່າງໆໄປໃຫ້ ຈົນເກີດຄລິບແຫ່ງຄວາມດີໃຈນີ້ເກີດຂຶ້ນ ເພາະມີພີ່ນ້ອງຊາວລາວເຮົາກ່າວ “ຂອບໃຈ ແລະ ອວຍພອນ” 

ເພ

Posted by Techin Ploypetch on Monday, July 30, 2018

 

ຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຂໍຂອບໃຈຮູບພາບຈາກ: IG/dj_matoom

ແບ່ງປັນ