Breaking News

ຄົນລາວກຽມເຊຍ! ອອນອານົງ Miss Universe Laos ຈະເດີນທາງໄປປະກວດ Miss Universe 2018 ທີ່ປະເທດ…

ແບ່ງປັນ

Confirm!!! ເປັນທີ່ຮຽບຮ້ອຍແລ້ວວ່າ ອອນອານົງ ຫອມສົມບັດ Miss Universe Laos 2018 ຕົວແທນສາວງາມຈາກ ປະເທດລາວ ຈະເດີນທາງໄປປະກວດໃນເວທີ  Miss Universe 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ)

ເຊິ່ງໄດ້ມີການຈັດພິທີຖະແຫຼງຂ່າວການຈັດງານ  Miss Universe 2018 ທີ່ ປະເທດໄທ ຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ 31 ກໍລະກົດ 2018, ເຊິ່ງ Miss Universe 2018 ຈະຈັດຂຶ້ນທີ່ປະເທດໄທ. ອົງກອນ Miss Universe ໄດ້ປະກາດໃນຖະແຫລງການວ່າ ອົງກອນໄດ້ ມອບ “ສິດທິພິເສດພຽງຜູ້ດຽວ” ໃຫ້ແກ່ບໍລິສັດໄທໃນການເປັນຜູ້ຈັດການປະກວດໃນເດືອນທັນວາ, ປັດຈຸບັນມີ 50 ປະເທດ ທີ່ໄດ້ສົ່ງຕົວແທນຢ່າງເປັນທາງການ ແລະ ໜື່ງໃນນັ້ນມີຕົວແທນຈາກປະເທດລາວ.

(ຄົນລາວເຮົາຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ Miss Universe Laos ເຮົາກັນແດ່ເດີ້)

ຮູບພາບຈາກ: target magazine , Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ