Breaking News

“Rogue One” ຄອງອັນດັບຮູບເງົາສ້າງເງິນຂ້າມປີ!!!

ແບ່ງປັນ

“Rogue One” ຄອງ Champion ຮູບເງົາສ້າງເງິນຂ້າມປີ!!!

ຮູບເງົາຟອມຍັກ Rogue One: A Star Wars Story ຮູບແຍກຂອງສົງຄາມອາວະກາດສະຕາວໍເປັນ Champion ຮູບເງົາທີ່ສ້າງເງິນໃນ Box Office ໄດ້ຕິດຕໍ່ກັນເປັນອາທິດທີ່ສາມ ເຊິ່ງເປັນ Champion ຕັ້ງແຕ່ປາຍປີທີ່ຜ່ານມາແລ້ວຕໍ່ເນຶ່ອງມາຮອດປີນີ້ ໂດຍອາທິດທໍາອິດຂອງປີ 2017 ໜັງສ້າງລາຍໄດ້ໄປ 49.5 ລ້ານໂດລາ.

ສ່ວນຮູບເງົາສ້າງເງິນອັນດັບ 2 ເປັນຂອງ Animation ແຫ່ງສຽງເພງເລຶ່ອງ “Sing” ດ້ວຍລາຍໄດ້ 42.8 ລ້ານໂດລາ.

ອັນດັບ 3 ເປັນຂອງຮູບເງົາເລື່ອງ Passengers ເປັນແນວ Sci-fi ທີ່ໄດ້ນັກສະແດງລະດັບ Top ຄືສາວ Jennifer Lawrence ແລະ ໜຸ່ມ Chris Pratt ມາສະແດງນໍາສ້າງລາຍໄດ້ໄປ 16.2 ລ້ານໂດລາ.

ອັນດັບ 4 Animation ຜະຈົນໄພ Moana ເຂົ້າສາຍຄົບຮອບ 6 ອາທິດແຕ່ລາຍໄດ້ກໍຍັງຖືວ່າດີໂດຍຄັ້ງນີ້ສ້າງເງິນເພີ່ມໄປອີກ 11 ລ້ານໂດລາ.

ອັນດັບ 5 ເປັນພາບພະຍົນຄອບຄົວອາລົມດີເລຶ່ອງ Why Him? ສ້າງລາຍໄດ້ 10.6 ລ້ານໂດລາ.

ແບ່ງປັນ