Breaking News

ຂວັນໃຈແຟນໆ! Si-won ແຫ່ງວົງ “Super Junior” ຈະເດີນທາງລົງພື້ນທີ່ແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພ (ຂອບໃຈຫຼາຍໆເດີ້)

ແບ່ງປັນ

ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ .

ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ.

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos

ຂໍຂອບໃຈຮູບພາບ: IG/siwonchoi

FB/Aero Laos

ແບ່ງປັນ