Breaking News

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ຕັ້ງໃຈແລ່ນເພື່ອລະດົມທຶນຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຊາວລາວ 

ແບ່ງປັນ

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ຫຼ້າສຸດ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງປັດຈຸບັນ ໃນວັນທີ 3 ສິງຫາ 2018 ຍອດເງິນບໍລິຈາກຢູ່ທີ່  77,516 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງີນປະມານ 19 ລ້ານກວ່າກີບ,ເຊິ່ງ ຈະຕຸລົງ ໂພທາລາມກໍ່ໄດ້ໂພສເປີດໃຈ ໃນວັນທີ 1 ສິງຫາ 2018 ທີ່ຜ່ານມາວ່າ:

“ເປັນຫຍັງຕ້ອງຊ່ວຍພີ່ນ້ອງລາວ?

ຖ້າຄິດໃນແງ່ລົບ ຂອງຄົນເຫັນແກ່ຕົວຫຼືບໍ່ແມ່ນວຽກຫຍັງ ກໍ່ຈະປະມານນີ້…ບ້ານເົຮາກໍ່ມີຄົນເດືອດຮ້ອນຫຼາຍ ຊ່ວຍບ້ານເົຮາກ່ອນດີບໍ່ ຫຼື ຈະເອົາເລື່ອງາ່ສວນຕົວຕອນທີ່ໄປລາວນັ້ນນີ້ມາບວກເລີຍເຮັດໃຫ້ບໍ່ຢາກຊ່ວຍພວກເຂົາ

ແຕ່ ລຸງ ລົງ ບໍ່ຄິດແບບນັ້ນ ລຸງຄິດວ່າເຮົາຄືເຜົ່າພັນດຽວກັນ ເວົ້າພາສາດຽວກັນ ໜ້າຄືກັນ ແຕ່ແຄ່ແຍກການປົກຄອງແບ່ງເປັນໄທກັບລາວເທົ່ານັ້ນ ນໍ້າຖ້ວມເພາະຝົນຕົກໜັກແບບທີ່ບ້ານເຮົາເປັນຕອນນີ້ ເຮົາພຽງຖ້າອີກ 3/4/5ມື້ດຽວກໍ່ແຫ້ງ ແຕ່ທີ່ຄົນລາວພົບເຈິຄືເຂື່ອນແຕກ ບ້ານທັງຫຼັງຫາຍໄປເລີຍ ແລະ ຄົນທີ່ປະສົບເຫດສ່ວນຫຼາຍເປັນຄົນທຸກ ແລະ ທຸກຫຼາຍ ບໍ່ມີທີ່ຢູ່ອາໃສ ລຸງຍາກໃຫ້ເຂົ້າໃຈ 

11/12ລຸງຈະແລ່ນໃນໂພທາລາມທຸກໝູ່ບ້ານ ເພື່ອຫາເງິນຊ່ວຍພວກເຂົາ ລຸງຈະເຮັດທຸກວິຖີທາງໃຫ້ເງິນຮອດມືຜູ້ປະສົບໄພໃຫ້ໄດ້ ໃຜທີ່ຢາກຈະຊ່ວຍຄົນລະເລັກລະໜ້ອຍກໍ່ໄດ້ ສິ່ງທີ່ເຮົາຈະໄດ້ແມ່ນຄົນລາວກໍ່ຈະໄດ້ຮູ້ສຶກດີໆກັບຄົນໄທ ເພາະພວກເຮົາສະແດງຄວາມມີນໍ້າໃຈ”

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ຮູບພາບ: FB/ครัวลุงรงค์ โพธาราม BY จตุรงค์ฟาร์ม

ແບ່ງປັນ