ໜ້າຮັກຫຼາຍໆສຳລັບຄູ່ຮັກຄົນດັງ ເຈນນີ່ Miss world lao 2017 ແລະ ເອກ ໂອເວີ້ແດ້ນ ທີ່ເດີນທາງລົງຊ່ວຍເຫຼືອຜູ້ປະສົບໄພ ເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ຍັງບໍ່ໝົດເພາະພວກເຂົາຍັງໄດ້ຊ່ວຍເຫຼືອຜູ້ປະສົບນໍ້າຖ້ວມຢ່າງໜັກທີ່ ແຂວງ ຄຳມ່ວນ, ແຕ່ການຊ່ວຍເຫຼືອໃນເທື່ອນີ້ ເອກ ໄດ້ປະສົບອຸບັດຕິເຫດ ເອັນຂາພິກ ຈຶ່ງເຮັດໃຫ້ແຟນໆໄດ້ເຫັນໂມເມັ້ນຫວານໆລະຫວ່າງທັງສອງ.
ເຊິ່ງ ເຈນນີ່ ກໍ່ໄດ້ໂພສຮູບ ແລະ ແຄັບຊັ່ນຫວານຂ້າຄົນໂສດ ມົດຕາຍໝົດຮັງທີ່ວ່າ: “ເປັນທັງອ້າຍ ເປັນທັງຫມູ່ ເປັນທັງແຟນ❤️ ຂອບໃຈທຸກຢ່າງ ທີ່ຢູ່ຄຽງຂ້າງກັນ
❤️ #ເຊົາໄວໆເດີ້”
ເຫັນແລ້ວຍິ້ມໄປນຳເລີຍ…ຫວານສຸດໆ ຫວັງວ່າຈະໄດ້ຍິນຂ່າວດີຂອງທັງສອງໄວໆ, ຢ່າງໃດ ກໍ່ຂໍໃຫ້ ອ້າຍ ເອກ ໂອເວີ້ແດ້ນ ເຊົາໄວໆ ແລະ ຢ່າລືມເກັບພາບໜ້າຮັກ ແຄັບຊັ່ນຫວານໆແບບນີ້ມາຝາກແຟນໆອີກແດ່ເດີ້.
ຮູບພາບ:Tonkham Phonchanheuang ,Eck Playmaster