Breaking News

ພາບປະທັບໃຈ! ພະເອກດັງສັນຊາດລາວ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ

ແບ່ງປັນ

ຢາກບອກວ່າ ຊະນີIndy ດີໃຈຫຼາຍທີ່ເຫັນການຊ່ວຍເຫຼືອຫຼັ່ງໄຫຼເຂົ້າມາເລື້ອຍໆ, ຫຼ້າສຸດ ທັນວາ ສຸລິຍະຈັກ ພະເອກສັນຊາດລາວທີ່ໄປໂດ່ງດັງໃນປະເທດເພື່ອນບ້ານ ກໍ່ໄດ້ລະດົມທຶນ ແລະ ນຳສິ່ງຂອງທີ່ຈຳເປັນເດີນທາງລົງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ໃນວັນທີ 2-5 ສິງຫາ 2018 ທີ່ຜ່ານມາ. ເຊິ່ງບັນຍາກາດຂອງການມອບເຄື່ອງກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ໄດ້ເຫັນຮອຍຍິ້ມທີ່ສົດໃນຂອງພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນພາບທີ່ປະທັບໃຈຫຼາຍໆ.

ສຳລັບ ທັນວາ ສຸລິຍະຈັກ ອາຍຸ 26 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ ແລະ ໄດ້ຮັບຄວາມນິຍົມ ຈົນມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ.

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos 

ຮູບພາບ: ig/thanwa_than

ແບ່ງປັນ