Breaking News

ມົງລົງແລ້ວວວ! Miss Universe Laos 2018 ໄດ້ຮັບມົງກຸດ ແລະ ສາຍສະພາຍປະຈຳຕໍາແໜ່ງຢ່າງເປັນທາງການ!

ແບ່ງປັນ

ເຫັນມີຫຼາຍຄົນກຳລັງງົງໆ ແລະ ຖາມກັນເຂົ້າມາຫຼາຍເລີຍວ່າ Miss Universe Laos 2018  ໃນປີນີ້ແມ່ນ ຮອງອັນດັບໜຶ່ງຂອງ Miss Universe Laos 2017 ຂອງປີກາຍ ແມ່ນແທ້ໆບໍ່?

ດັ່ງນັ້ນເພື່ອເປັນການໄຂຄວາມສົງໃສ ໃນມື້ນີ້ ຊະນີIndy ເລີຍມີຂ່າວມາເລົ່າໃຫ້ແຟນໆຟັງວ່າ Miss Universe Laos 2018  ນັ້ນກໍ່ຄື ອອນອະນົງ ຫອມສົມບັດ ເຊິ່ງແຟນໆເຂົ້າໃຈຖືກຕ້ອງແລ້ວ ເພາະນາງເປັນ ຮອງອັນດັບ 1 ຂອງ Miss Universe Laos 2017 ແລະ ໄດ້ຮັບການແຕ່ງຕັ້ງຈາກກອງປະກວດ ໃຫ້ໄປເປັນຕົວແທນສາວງາມຈາກປະເທດລາວ ເພື່ອໄປຊິງມົງກຸດໃນເວທີ ນາງງາມຈັກກະວານໂລກ (Miss Universe 2018) ທີ່ຈະຈັດຂຶ້ນໃນວັນທີ 16 ທັນວາ 2018 ທີ່ປະເທດປະເທດໄທ.

ແລະ ໃນວັນທີ 3 ສິງຫາ 2018 ທີ່ຜ່ານມາ ອອນອະນົງ ຫອມສົມບັດ ກໍ່ໄດ້ຮັບມົງກຸດ ແລະ ສາຍສະພາຍປະຈຳຕໍາແໜ່ງຢ່າງເປັນທາງການເປັນທີ່ຮຽບຮ້ອຍແລ້ວ ໂດຍມີ ນຸ້ຍ ສຸພາພອນ ສົມວິຈິດ  Miss Universe Laos 2017 ມາມອບມົງກຸດ ສວມໃສ່ໃຫ້ຢ່າງງົດງາມ.

(ຢ່າງໃດຄົນລາວເຮົາກໍ່ຢ່າລືມກຽມເຊຍ ແລະ ສົ່ງກຳລັງໃຈໃຫ້ກັບ  ອອນອະນົງ ຫອມສົມບັດ  Miss Universe Laos 2018 ກັນນຳເດີ້ #ເຊຍລາວສຸດໃຈ)

ຂໍຂອບໃຈສຳລັບຮູບພາບ: target magazine, Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ