Breaking News

ທ່ອງທ່ຽວດິນແດນແຫ່ງຄວາມສະຫງົບ, ເພີດເພີນໄປກັບສີສັນລະດູໃບໄມ້ແດງທີ່ປະເທດ  “ມົງໂກລີ”

ແບ່ງປັນ

ດິນແດນແຫ່ງຄວາມສະຫງົບ, ສີສັນລະດູໃບໄມ້ແດງ… ມື້ນີ້ ຂວັນໃຈ ຂໍມາເອົາໃຈສາວໆສາຍທ່ຽວພະຈົນໄພຂາລຸຍຈັກໜ້ອຍ ເພາະຈະມາຊວນຍ່າງເຂົ້າປ່າໄປເບິ່ງເສືອ ເອີ່ຍ! ເບິ່ງຄວາມງາມຂອງ ໃບໄມ້ທີ່ກໍາລັງປ່ຽນສີ, ທ່ອງທ່ຽວທະເລຊາຍອັນກວ້າງໃຫຍ່ໄພສານ ແລະ ຢຸດພັກກາຍພັກໃຈ ເພື່ອເພີ່ມພະລັງໃຫ້ກັບຊີວິດທີ່ຈອມພູສູງ… “ມົງໂກລີ” ເປັນປະເທດທີ່ຂຶ້ນຊື່ວ່າຕັ້ງຢູ່ເທິງຫຼັງຄາໂລກ, ມີຄວາມສະຫງົບ ແລະ ງົດງາມ, ສີສັນຂອງລະດູໃບໄມ້ແດງ, ເປັນປະເທດໜຶ່ງທີ່ມີປະຊາກອນໜ້ອຍທີ່ສຸດໃນທະວີບອາຊີ ຈຶ່ງເຮັດໃຫ້ຍັງມີເນື້ອທີ່ອັນກວ້າງຂວາງ ໃນນັ້ນກໍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີຄວາມງາມບໍ່ດ້ອຍໄປກວ່າບັນດາເມືອງໃນເບື້ອງຕາເວັນຕົກເລີຍ ແລະ ຍັງງົດງາມ ໃຫ້ຄວາມຮູ້ສຶກເບີກບານໃນການທ່ຽວຊົມນໍາອີກ ແຕ່ຂຶ້ນຢູ່ກັບຜູ້ທີ່ໄປທ່ຽວຊົມແດ່ວ່າ ມັກໃນການພະຈົນໄພຂະໜາດໃດ

ການໄປທ່ອງທ່ຽວມົງໂກລີນັ້ນ ສາວໆຈະໄດ້ສໍາຜັດກັບລົດຊາດຂອງການເດີນທາງແບບຄົບຮູບແບບ ທັງທ່ຽວຊົມວັດທະນະທໍາຊົນເຜົ່າພື້ນເມືອງທີ່ຍັງຖືກຮັກສາໄວ້ເຖິງຄວາມເປັນເອກະລັກ ນໍ້າໃຈໄມຕີອັນດີຂອງຊາວເມືອງອາຄາ ສະຖາປັດຕະຍະກໍາແບບດັ້ງເດີມ ການເດີນທາງທ່າມກາງທະເລຊາຍ ລຽບຕາມໜ່ວຍພູ ແລະ ແມ່ນໍ້າ ເອີ້ນໄດ້ວ່າ Trip ນີ້ ສາວໆ ແລະ ທໍາມະຊາດຈະໄດ້ສໍາຜັດເຊິ່ງກັນ ແລະ ກັນເປັນອັນໜຶ່ງອັນດຽວ.

ສະຖານທີ່ທ່ອງທ່ຽວທີ່ແນະນໍາໄດ້ແກ່: – ປ່າຫູຢັງ: ເປັນປ່າທີ່ກວ້າງໃຫຍ່ໄພສານ ມີເນື້ອທີ່ 160.000 ໄຮ່ ຕັ້ງຢູ່ ເມືອງເອີ໋ຈີ້ນ່າສີ ເຊິ່ງເປັນປ່າທີ່ປະກອບດ້ວຍຕົ້ນຫູຢັງ ທີ່ມີຊື່ສຽງທີ່ສຸດໃນໂລກ ໃບຂອງມັນຈະປ່ຽນເປັນສີເຫຼືອງຄ້າຍຄໍາ ໃນທຸກໆລະດູໃບໄມ້ຫຼົ່ນ ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຊົມຈໍານວນຫຼວງຫຼາຍໃນແຕ່ລະປີ. – ທະເລຊາຍໂກບີ (Gobi Desert): ເປັນທະເລຊາຍຕິດອັນດັບ 1 ໃນ 5 ຂອງທະເລຊາຍກວ້າງທີ່ສຸດໃນໂລກ ມີຄວາມຍາວ 150 ກິໂລແມັດ ແລະ ກວ້າງ 12 ກິໂລແມັດ.

ສິ່ງທີ່ຫ້າມພາດເມື່ອມາບ່ອນນີ້ຄື ການຖ່າຍຮູບຄູ່ກັບໂຕອູດ ແລະ ທະເລາຊາຍອັນກວ້າງໃຫຍ່ໄພສານ, ການໄປນອນເບິ່ງດາວ ແລະ ທາງຊ້າງເຜືອກ. – ສາຍພູດອັນໄຕ (Altai Tavan Bogd National Park): ເປັນສາຍພູອັນກວ້າງໃຫຍ່ມີເນື້ອທີ່ທັງໝົດ 636.200 ເຮັກຕາ ຄວບຄຸມຫຼາຍເມືອງ ໂດຍມີ Khuiten Uul ເປັນຈອມພູສູງທີ່ສຸດ ສູງປະມານ 4.353 ແມັດ ສາມາດເບິ່ງເຫັນປະເທດຈີນ.

ສໍາລັບການກະກຽມກ່ອນເດີນທາງ ເນື່ອງຈາກເປັນການທ່ອງທ່ຽວແບບພະຈົນໄພດັ່ງນັ້ນ ອາດຈະຕ້ອງໃຊ້ເວລາດົນໃນການເດີນທາງຈາກສະຖານທີ່ນີ້ໄປຕໍ່ສະຖານທີ່ໃໝ່ ອາດຈະເຮັດໃຫ້ບໍ່ໄດ້ອາບນໍ້າເປັນບາງມື້ ສະນັ້ນ, ຈຶ່ງແນະນໍາວ່າໃຫ້ກຽມເຄື່ອງນຸ່ງ, ສໍາພາລະທີ່ຈໍາເປັນໃຫ້ພ້ອມ, ສ່ວນເລື່ອງ VISA ແລະ ຄ່າປີ້ຍົນສາວໆສາມາດສອບຖາມລາຍລະອຽດໄດ້ໂດຍກົງກັບທາງ Facebook-Page: Vientiane Ticketing

ແບ່ງປັນ