Breaking News

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ນັກສະແດງຊື່ດັງຊາວໄທ ນຸ່ງສິ້ນ-ບ່ຽງແພ ໃສ່ບາດທີ່ປະເທດລາວ

ແບ່ງປັນ

ໜ້າຮັກຫຼາຍໆ! ເຕີ້ຍ ຈະລິນພອນ ຈຸນກຽດ ນັກສະແດຊື່ດັງຈາກ ປະເທດໄທ ເດີນທາງມາທ່ອງທ່ຽວທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ, ແຖມຍັງມີຮູບພາບໜ້າຮັກໆມາຝາກແຟນໆ ໂດຍ ເຕີ້ຍ ໄດ້ໂພສຮູບພາບຕ່າງໆໃນຊ່ວງທີ່ທ່ອງທ່ຽວປະເທດລາວມາຝາກ ເຊິ່ງເຮັດໃຫ້ມີແຟນໆຊາວລາວເຂົ້າໄປທັກທາຍ “ສະບາຍດີ” ແລະ “ຍິນດີຕ້ອນຮັບເຂົ້າສູ່ປະເທດລາວ” ຈຳນວນວນຫຼວງຫຼາຍ.

ແນ່ນອນວ່າ ຄົນທີ່ເດີນທາງມາ ນະຄອນຫຼວງພະບາງ ປະເທດລາວ ຕ້ອງໄດ້ເຮັດບຸນໃສ່ບາດໃນຍາມເຊົ້າ  ເຕີ້ຍ ຈະລິນພອນ ກໍ່ບໍ່ພາດເຊັ່ນດຽວກັນ ແຖມນາງຍັງໂພສຮູບ ນຸ່ງສິ້ນໄໝລາວ ບ່ຽງແພ ຖືຕິບເຂົ້າໜຽວ ເຊິ່ງນາງຍັງໄດ້ໂພສແຄັບຊັ່ນວ່າ: “ໃສ່ບາດເຂົ້າໜຽວທີ່ຫຼວງພະບາງເມື່ອວັນກ່ອນ”  ເຫັນແລ້ວໜ້າຮັກຫຼາຍໆ…

ປັດຈຸບັນ ເຕິ້ຍ ຈະລິນພອນ ໄດ້ເດີນທາງກັບເປັນທີ່ຮຽບຮ້ອຍແລ້ວ, ເທື່ອໜ້າກໍ່ຢ່າລືມມາຢ້ຽມຢາມ ທ່ອງທ່ຽວ ປະເທດລາວ ອີກເດີ້ “Welcome to Laos”

??? ສະບາຍດີ #jarinsjourney #throughjarinseyes

A post shared by Jarinporn J. (@toeyjarinporn) on

ຮູບພາບ: ig/toeyjarinporn

ແບ່ງປັນ