Breaking News

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ

ແບ່ງປັນ

ຫົວເຫວີຍເປີດຕົວສຸດອະລັງການກັບສະມາດໂຟນ 2 ລຸ້ນໃໝ່ “HuaweiNova3 ແລະ Nova3i” ຢ່າງເປັນທາງການໃນລາວ

ຫຼັງຈາກຫົວເຫວີຍໄດ້ເປີດຕົວ Huawei P20 ແລະ P20 Pro ໄປບໍ່ດົນ ກະແສທີ່ແຮງບໍ່ຕົກ ເຮັດໃຫ້ຍອດຂາຍສະມາດໂຟນຂອງຫົວເຫວີຍທົ່ວໂລກໃນປີນີ້ເຖິງ 100 ລ້ານເຄື່ອງ ຕັ້ງແຕ່ເຄິ່ງປີທຳອິດ ແລະ ໃນໄຕມາດທີ 2 ຂອງປີ 2018 ຫົວເຫວີຍໄດ້ຂຶ້ນມາເປັນອັນດັບ 2 ຂອງຕະຫຼາດສະມາດໂຟນທົ່ວໂລກ ດ້ວຍສັດສ່ວນການຕະຫຼາດຢູ່ທີ່ 15.8% ມີຍອດຂາຍ 54.2 ລ້ານເຄື່ອງ ເຕີບໃຫຍ່ສູງຂຶ້ນເຖິງ 41% ເມື່ອປຽບທຽບກັບ ໄຕມາດທີ 2 ໃນປີ 2017* ແລະ ໃນປີນີ້ຫົວເຫວີຍໄດ້ຕັ້ງເປົ້າຍອດຂາຍໃຫ້ໄດ້ຫຼາຍກວ່າ 200 ລ້ານເຄື່ອງທົ່ວໂລກ.  ເພື່ອຕອກຢ້ຳ ໃນຄວາມແຮງຂອງຍອດຂາຍ ຫົວເຫວີຍປະກາດເປີດຕົວ 2 ສະມາດໂຟນລຸ້ນໃໝ່ຈາກຊີຣີ້ Nova ທີ່ເນັ້ນຕອບໂຈດຄົນທັນສະໄໝໃນຍຸກປະຈຸບັນHuawei Nova3 ແລະ Nova3i ສະມາດໂຟນທີ່ຈະເຮັດໃຫ້ທ່ານຖ່າຍຮູບໄດ້ໂດນໃຈ ດ້ວຍ AI ໃນ 4ກ້ອງ ເຊິ່ງໃນປະເທດລາວງານເປີດຕົວໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2018 ທີ່ຜ່ານມາ ທີ່ຫ້ອງແກຼນບອນລູມ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ສ ປ ປ ລາວ ເຊິ່ງທັງ 2 ລຸ້ນເປັນສະມາດໂຟນທຳອິດໃນໂລກທີ່ມາພ້ອມ AI ໃນ 4 ກ້ອງ(ກ້ອງຄູ່ໜ້າ ແລະ ກ້ອງຄູ່ຫຼັງ)

          ທ່ານນາງ ຊັດຊະນີ ສຳອາງເນດ ຮອງຜູ້ອຳນວຍການ ແລະ ຜູ້ຈັດການຝ່າຍການຕະຫຼາດ ຫົວເຫວີຍ ຄອນຊູມເມີ້ ບິວຊິນິສ໌ ກຼຸບ ປະເທດລາວ ກ່າວວ່າ ນອກເໜືອຈາກສະມາດໂຟນລະດັບ ແຟຼັກຊິບໃນຊີຣີ້ Mate ແລະ ຊີຣີ້ P ລວມໄປເຖິງສະມາດໂຟນ ລະດັບທົ່ວໄປຢ່າງ ຊີຣີ້ Y ແລ້ວ ຫົວເຫວີຍຍັງມີສະມາດໂຟນລະດັບກາງໃນຊີຣີ້ Nova ເພື່ອໃຫ້ຜູ້ບໍລິໂພກມີໂອກາດເລືອກຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການສຳລັບ Huawei Nova3 ແລະ Nova3i ຖືວ່າເປັນສະມາດໂຟນຕົວຈິງໃນເລື່ອງຂອງການຖ່າຍຮູບ ໂດຍສະເພາະການເຊວຟີ້ ດ້ວຍ 4 ກ້ອງ ທີ່ ເຮັດວຽກຮ່ວມກັບເທັກໂນໂລຍີ AI ເຊິ່ງເປັນການຕອກຢ້ຳເຖິງກົນລະຍຸດດ້ານຜະລິດຕະພັນຂອງຫົວເຫວີຍທີ່ຕ້ອງການສ້າງຄວາມແຕກຕ່າງ ໂດຍມີຟີດເຈີ້ໃໝ່ໃຫ້ກັບລູກຄ້າສະເໝີ ແລະ ມຸ້ງເນັ້ນໃນເລື່ອງຂອງຄຸນນະພາບ ບໍ່ວ່າຈະເປັນກ້ອງຖ່າຍຮູບ ສະເປັກ ແລະ ປະສິດທິພາບດ້ານອື່ນໃນຕົວເຄື່ອງທີ່ຕ້ອງມີຄວາມດີເລີດ ໄປພ້ອມກັນ ເພື່ອປະສົບການໃນການໃຊ້ງານສະມາດໂຟນທີ່ຄຸ້ມຄ່າ ໃນລາຄາທີ່ລູກຄ້າຈັບຕ້ອງໄດ້

Huawei Nova3 ແລະ Nova3i ສະມາດໂຟນ 4 ກ້ອງລຸ້ນໃໝ່ລ່າສຸດ ທີ່ມາພ້ອມເທັກໂນໂລຍີ AI ໃນ 4 ກ້ອງ ທັ້ງ 2 ລຸ້ນມີກ້ອງໜ້າຄູ່ຄວາມລະອຽດ 24MP+2MP ເຊິ່ງລະບົບ AI ໃນກ້ອງໜ້າຈະສາມາດວິເຄາະວັດຖຸໄດ້ 8 ຢ່າງ ແລະ ວິເຄາະສາກຫຼັງໄດ້ຫຼາຍກວ່າ 200 ແບບ ສ່ວນກ້ອງຄູ່ຫຼັງຄວາມລະອຽດ 16MP+2MP (ໃນລຸ້ນ nova3i) ແລະ ໃນສ່ວນຂອງ nova3 ກ້ອງຄູ່ຫຼັງມີຄວາມລະອຽດ 24MP+16MP ລະບົບ AI ໃນກ້ອງຫຼັງສາມາດວິເຄາະວັດຖຸໄດ້ເຖິງ 22 ຢ່າງ ແລະ ວິເຄາະສາກຫຼັງໄດ້ຫຼາຍກວ່າ 500 ແບບ AI ຈະຊ່ວຍໃນການປັບແຕ່ງພາບໃຫ້ອັດຕະໂນມັດ ພາບທີ່ໄດ້ຈະມີຄວາມສວຍງາມສຸດໆ ແບບງ່າຍດ່າຍ

ປະສິດທິພາບທີ່ເໜືອລະດັບຂອງ Huawei Nova3 ແລະ Nova3i ມາພ້ອມກັບຊິບເຊັດ NPU ລຸ້ນລ່າສຸດຈາກຫົວເຫວີຍ Kirin 710 (ໃນລຸ້ນ nova3i) ແລະ ຊິບເຊັດລະດັບເຮືອທົງ Kirin 970 (ໃນລຸ້ນ nova3) ທັງ 2 ລຸ້ນຍັງມາພ້ອມ GPU Turbo ສຸດຍອດເທັກໂນໂລຍີເພື່ອການຫຼິ້ນເກມເຖິງສະມາດໂຟນ ທີ່ຈະເຮັດໃຫ້ການປະມວນຜົນກຼາຟຟິກແຮງຂຶ້ນຈາກເດີມ 60% ແລະ ປະຫຍັດພະລັງງານລົງໄດ້ອີກ 30% ເພື່ອເຕີມເຕັມປະສົບການຂອງຄວາມບັນເທິງທັງເບິ່ງໜັງ ແລະ ຫຼິ້ນເກມHuawei Nova3 ແລະ Nova3i ມີໜ້າຈໍ Huawei Full View Display ຂະໜາດ 6.3 ນິ້ວ ແລະ ໜ່ວຍຄວາມຈຳພາຍໃນ 128GB ທີ່ຈະເຮັດໃຫ້ທ່ານເກັບຮູບປະທັບໃຈໄດ້ຫຼາຍກວ່າ 10,000 ຮູບ ໃນສ່ວນຂອງເລື່ອງການອອກແບບ ຕົວເຄື່ອງດ້ານຫຼັງເປັນກະຈົກ 3D (ໃນລຸ້ນ nova3) ກະຈົກ 2.5D(ໃນລຸ້ນ nova3i) ແລະ ແບັດເຕີ້ຣີ້ທີ່ສາມາດໃຊ້ງານໄດ້ໝົດວັນ 3,750 mAhພ້ອມລະບົບສາກໄວ ໃນລຸ້ນ Huawei Nova3 ແລະ 3,340 mAhໃນລຸ້ນ Nova3i

Huawei Nova3 ແລະ Nova3i ຈະວາງຈຳໜ່າຍພ້ອມກັນທົ່ວປະເທດໃນວັນທີ 7 ສິງຫານີ້ ລາຄາຂອງ Huawei Nova3 ຈະຢູ່ທີ່ 4,390,000 ກີບ ໂດຍວາງຈຳໜ່າຍ 3ສີ ໄດ້ແກ່ ຟ້າ-ມ້ວງ (Iris purple), ແດງ ແລະ ດຳ, ສ່ວນ Huawei Nova3i ລາຄາສຸດຄຸ້ມຄ່າ 2,690,000 ກີບ ມີ 2ສີ ໄດ້ແກ່ ຟ້າ-ມ້ວງ (Iris purple) ແລະ ດຳ, ທັງ 2 ລຸ້ນຈະໄດ້ຮັບຟຼີຊຸດຂອງຂວັນພິເສດ ມູນຄ່າ 500,000 ກີບ.

*ທີ່ມາIDC GLOBAL, 2018 Q2

ແບ່ງປັນ