Breaking News

ກິນເປັນຊີວິດປ່ຽນ ວິທີບອກລາໄຂມັນໜ້າທ້ອງງ່າຍໆ…

ແບ່ງປັນ

11 Tricks ບອກລາໄຂມັນໜ້າທ້ອງງ່າຍໆ

ຮູ້ສຶກບໍ່ວ່າ ໄຂມັນສະສົມຢູ່ບ່ອນໃດ ກໍຍັງບໍ່ໜັກໃຈເທົ່າກັບ ໄຂມັນໜ້າທ້ອງ ກິນຫຍັງເຂົ້າໄປກໍຈະສະສົມໄວ້ຢູ່ທ້ອງກ່ອນ ແລະ ຫຼຸດໄດ້ຍາກກວ່າສ່ວນອື່ນໆອີກ ເພາະວ່າກ່ອນຈະໄປເຖິງເປົ້າໝາຍໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍ ບາງຄົນກໍລົ້ມເລີກໄປກ່ອນ ຍ້ອນທົນບໍ່ໄຫວທີ່ຕ້ອງມາອົດໃຈ ຫຼື ຫິວ ແລະ ບາງວິທີເຮັດແລ້ວກໍບໍ່ມີຄວາມສຸກ ສຸດທ້າຍກໍບໍ່ສາມາດຫຼຸດໄດ້ ແຕ່ຖ້າໃຜກໍາລັງພົບກັບບັນຫາແນວນີ້ ເຮົາມີວິທີງ່າຍໆທີ່ສາມາດຊ່ວຍໃຫ້ໜຸ່ມໆສາວໆ ຫຼຸດໄຂມັນໜ້າທ້ອງໄດ້

  • ດື່ມນໍ້າຮ້ອນ

ນໍ້າຮ້ອນຖືເປັນວັດຖຸດິບໃນການຫຼຸດໄຂມັນໜ້າທ້ອງທີ່ດີເລີຍແຫຼະ ເພາະນໍ້າຮ້ອນຈະຊ່ວຍກະຕຸ້ນ ໃຫ້ລະບົບເຜົາຜານໄຂມັນໃຫ້ເຮັດວຽກດີຂຶ້ນ ແລະ ສະລາຍເນື້ອເຍື້ອໄຂມັນທີ່ຢູ່ກ້ອງຜິວໜັງ ປະສົມນໍ້າຮ້ອນກັບນໍ້າໝາກນາວ ແລະ ນໍ້າເຜິ້ງເພື່ອດື່ມ ຈະຍິ່ງຊ່ວຍໃຫ້ຫຼຸດໄຂມັນໄດ້ໄວຂຶ້ນ

  • ຄືນຄວາມຊຸ່ມຊື່ນ

ມາລ້າງພິດລໍາໄສ້ຕັ້ງແຕ່ເຊົ້າດ້ວຍສູດ Detox ງ່າຍໆ ເລີ່ມຈາກກຽມນໍ້າສະອາດ 300 ມິນລີລິດ ປະສົມນໍ້າໝາກນາວ 2 ບ່ວງແກງ, ນໍ້າເຜິ້ງເຄິ່ງບ່ວງກາເຟ ແລະ ພິກໄທໜ້ອຍໜຶ່ງ ດື່ມຕອນທີ່ທ້ອງວ່າງ ນອກຈາກນີ້ຄວນ Detox ລໍາໄສ້ດ້ວຍການດື່ມນໍ້າປະສົມນໍ້າໝາກນາວ 2 ບ່ວງແກງ ດື່ມ 8-12 ຈອກຕໍ່ມື້

  • ກິນໝາກໄມ້ກ່ອນອາຫານຫຼັກ

ຖ້າກິນໝາກໄມ້ຈະໃຫ້ດີຕ້ອງກິນກ່ອນກິນເຂົ້າປະມານ 30 ນາທີ ເພາະໝາກໄມ້ຈະໄດ້ຍ່ອຍ ແລະ ດູດຊຶມໄດ້ດີ ອີກທັງຍັງຊ່ວຍລ້າງພິດລໍາໄສ້ ແລະ ຊ່ວຍເຮັດໃຫ້ຫຼຸດນໍ້າໜັກໄດ້ອີກດ້ວຍ

  • ເນັ້ນກິນວິຕາມິນ C

ນອກຈາກຈະຊ່ວຍບໍ່ໃຫ້ເລືອດອອກຕາມແຂ້ວ ແລະ ເປັນຫວັດທີ່ຄົນສ່ວນຫຼາຍມັກເປັນແລ້ວ ວິຕາມິນຊີຍັງຊ່ວຍໃຫ້ຮໍໂມນ ຂອງຮ່າງກາຍສູງເກີນໄປ ເມື່ອເຮົາຮູ້ສຶກຕຶງຄຽດ ແລະ ຍັງຊ່ວຍເສີມພູມຄຸ້ມກັນຮ່າງກາຍອີກດ້ວຍ ວິຕາມິນຊີຍັງເປັນສ່ວນປະກອບຫຼັກໃນການສ້າງ L-Carnitine ເຊິ່ງເປັນສານທີ່ປ່ຽນໄຂມັນໃນຮ່າງກາຍ ມາເປັນພະລັງງານ ແຕ່ກໍບໍ່ຄວນດື່ມແຕ່ນໍ້າໝາກໄມ້ທີ່ມີວິຕາມິນ C ທີ່ເປັນນໍ້າໝາກກ້ຽງເທົ່ານັ້ນ ແຕ່ຄວນດື່ມນໍ້າໝາກໄມ້ຫຼາຍໆຊະນິດ ເພາະຢູ່ໃນໝາກໄມ້ກໍລ້ວນແຕ່ມີວິຕາມິນທັງນັ້ນ

  • ຫ້າມອົດອາຫານ

ສາວໆຫຼາຍຄົນຢາກຈ່ອຍ ແຕ່ໃຊ້ວິທີດ້ວຍການອົດອາຫານ ຫຼື ກິນຫນ້ອຍ ສາວໆຄວນຮູ້ໄວ້ເລີຍວ່າ ນອກຈາກຈະທໍລະມານທ້ອງຕົນເອງແລ້ວ ຮ່າງກາຍຂອງເຮົາຈະຕຶງຄຽດ ແລະ ຍິ່ງຢາກອາຫານກວ່າເກົ່າ ຮ້າຍແຮງໄປກວ່ານັ້ນຄື ລະບົບການເຜົາຜານຂອງຮ່າງກາຍເຮັດວຽກໄດ້ຫນ້ອຍລົງ ຈຶ່ງສາເຫດເຮັດໃຫ້ຍິ່ງຕຸ້ຍຂຶ້ນກວ່າເກົ່າ

  • ດື່ມຊາຂຽວ

ຊາຂຽວເປັນເຄື່ອງດື່ມທີ່ມີປະໂຫຍດສຸດໆ ແລະ ໜຶ່ງໃນນັ້ນກໍຄືຊ່ວຍຫຼຸດນໍ້າໜັກ ແຕ່ຕ້ອງເປັນຊາຂຽວລ້າໆທີ່ບໍ່ໄດ້ປະສົມນໍ້າຕານ ຫຼືນົມ ແລະປ່ຽນມາປະສົມພືດແທນຢ່າງ ຜັກກະເພົາ ຫຼືໃບກາລະບູນ ຈະຊ່ວຍເສີມສ້າງພູມຄຸ້ມກັນ ແລະເພີ່ມການເຜົາຜານໄຂມັນຮ່າງກາຍໄດ້ດີ

  • ອອກກໍາລັງກາຍຢ່າງເໝາະສົມ

ການອອກກໍາລັງກາຍຄື ວິທີການກໍາຈັດໄຂມັນໜ້າທ້ອງທີ່ສໍາຄັນຫຼາຍ ລອງຫາເວລາວ່າງເຂົ້າ Fitness ຫຼືອອກກໍາລັງກາຍດ້ວຍຕົນເອງຢູ່ເຮືອນ ດ້ວຍທ່າງ່າຍໆ ຄວບຄູ່ການຮັບປະທານອາຫານຢ່າງເໝາະສົມ ຮັບຮອງວ່າໜຸ່ມໆສາວໆມີຫຸ່ນງາມຢ່າງແນ່ນອນ

  • ຮັບປະທານອາຫານເຜັດ

ເພີ່ມລົດຊາດອາຫານໃຫ້ເຜັດໆແສບໆຂຶ້ນອີກຫນ້ອຍໜຶ່ງ ຈະຊ່ວຍການກະຕຸ້ນການເຮັດວຽກຂອງລະບົບການເຜົາຜານໃຫ້ຫຼາຍຂຶ້ນ ໂດຍສະເພາະອາຫານເຜັດ ແລະ ບໍ່ຈໍາເປັນຕ້ອງແມ່ນໝາກເຜັດຢ່າງດຽວ ເຮົາອາດລອງໃຊ້ຂີງ, ໝາກເຜັດຜົງ ຫຼືປ່ຽນຈາກນໍ້າຕານມາເປັນນໍ້າເຜິ້ງ ເພື່ອເພີ່ມຄວາມຫວານແທນກໍ່ໄດ້ ເພາະນອກຈາກຈະເພີ່ມການເຜົາຜານແລ້ວ ຍັງຊ່ວຍຫຼຸດອາການກິນຈຸບຈິບອີກ

  • ກິນກ່ອນເຂົ້ານອນ 3 ຊົ່ວໂມງ

ຕອນແລງຖ້າຈະໃຫ້ດີຕ້ອງກິນກ່ອນເຂົ້ານອນ 3 ຊົ່ວໂມງ ເພາະເມື່ອເຮົານອນຫຼັບ ລະບົບການເຜົາຜານຈະເຮັດວຽກຊ້າລົງ ຖ້າກິນແລ້ວນອນພາຍໃນເວລາບໍ່ຮອດຊົ່ວໂມງ ຮ່າງກາຍຂອງເຮົາກໍຈະເກັບເອົາຂອງກິນພວກນັ້ນມາເປັນໄຂມັນ ສະສົມໄວ້ຕາມສ່ວນຕ່າງໆຂອງຮ່າງກາຍແທນ ເຮົາຈຶ່ງຄວນໃຫ້ກະເພາະໄດ້ຍ່ອຍອາຫານກ່ອນແລ້ວຈຶ່ງເຂົ້ານອນ

  • ບໍ່ກິນຂອງກິນທີ່ເຮັດໃຫ້ກະເພາະເຮັດວຽກໜັກ

ບໍ່ກິນອາຫານທີ່ຍ່ອຍຍາກເຊັ່ນ: ອາຫານທີ່ອຸດົມໄປດ້ວຍນໍ້າຕານ ຫຼືໄຂມັນ ກິນອາຫານທີ່ຜ່ານການປຸງແຕ່ງຫນ້ອຍ ແລະ ເນັ້ນກິນພືດຜັກແທນ ຫຼື ຜັກຫນຶ້ງເພື່ອຊ່ວຍຮັກສາລະບົບຍ່ອຍອາຫານ

  • ນອນໃຫ້ເຕັມອີ່ມ

ສິ່ງທີ່ສໍາຄັນໃນການຫຼຸດຄວາມຕຸ້ຍໃຫ້ໄດ້ຜົນຄື ຕ້ອງນອນຫຼັບໃຫ້ເຕັມອີ່ມ ເພາະຖ້າເຮົານອນບໍ່ພໍ ຈະເຮັດໃຫ້ຮ່າງກາຍຕຶງຄຽດ ແລະ ສະສົມໄຂມັນໄວ້ ອີງຕາມການສຶກສາຄົ້ນຄວ້າ ຈາກມະຫາວິທະຍາໄລໂຄລຳເບຍ ພົບວ່າແມ່ຍິງທີ່ນອນມື້ລະ 5 ຊົ່ວໂມງ ມີໂອກາດທີ່ຈະຕຸ້ຍຫຼາຍກວ່າແມ່ຍິງທີ່ນອນມື້ລະ 7 ຊົ່ວໂມງ

picture via: googole

ແບ່ງປັນ