Breaking News

ຂໍຂອບໃຈນໍ້າໃຈຈາກກູ້ໄພໄທ! ກູ້ໄພທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ

ແບ່ງປັນ

ເດີນທາງກັບ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ສຳລັບ ທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ຈາກປະເທດໄທ, ຫຼັງຈາກທີ່ໄດ້ເດີນທາງມາຊ່ວຍພໍ່ແມ່ພີ່ນ້ອງຊາວລາວ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື. ພໍຈົບພາລະກິດ  ມູນລະນິທີ ປໍເຕັກຕຶງ ກໍ່ເປັນທີມທຳອິດທີ່ເດີນທາງອອກຈາກ ປະເທດລາວ ເພື່ອເດີນທາງໄປຊ່ວຍຊາວໄທທີ່ປະສົບກັບໄພ ນໍ້າຖ້ວມ ເຊັ່ນດຽວກັນ.

ເຊິ່ງທີມກູ້ໄພຈາກ ມູນລະນິທີ ປໍເຕັກຕຶງ ໄດ້ເດີນທາງມາທີ່ ປະເທດລາວ ຕັ້ງແຕ່ວັນທີ 25 ກໍລະກົດ 2018-1 ສິງຫາ 2018 ເພື່ອລົງພື້ນທີ່ ແລະ ເຂົ້່າຊ່ວຍເຫຼືອຜູ້ປະສົບໄພ ປະຕິບັດພາລະກິດຄົ້ນຫາຜູ້ລອດຊີວິດ, ຜູ້ສູນຫາຍ ແລະ ເຮັດອາຫານໃຫ້ພີ່ນ້ອງປະຊາຊົນລາວເຮົາຈຳນວນ 1-2000 ກ່ອງ ເພື່ອແຈກຢາກທີ່ສູນອົບພະຍົບ ບ້ານ ບົກ ແຂວງ ອັດຕະປື ຢ່າງຕໍ່ເນື່ອງທຸກໆມື້. 

ປັດຈຸບັນພວກເຂົາເດີນທາງກັບປະເທດໄທເປັນທີ່ຮຽບຮ້ອຍແລ້ວ ເພື່ອໄປຊ່ວຍພີ່ນ້ອງຮ່ວມຊາດຂອງພວກເຂົາທີ່ກຳລັງປະສົບກັບ ໄພພິບັດ ນໍ້າຖ້ວມ ຢ່າງໜັກເຊັ່ນດຽວກັນ. (ຂໍເປັນກຳລັງໃຈໃຫ້…ສູ້ໆເດີ້)

#ຢ່າລືມແຊຣເປັນການຂອບໃຈໃຫ້ເຫຼົ່າHeroໄດ້ເຫັນໂພສນີ້

จบภารกิจ! กู้ภัยไทย #มูลนิธิป่อเต็กตึ้ง ทีมแรกออกจาก สปป.ลาว.. "กลับบ้านเรา" เพื่อมาช่วยพี่น้องคนไทยต่อ ..เดินทางปลอดภัยครับ (ดูคลิป)07.59 น. ทีมกู้ภัยไทย จนท.และอาสาสมัครจาก "ครอบครัวมูลนิธิป่อเต็กติ้ง" ได้มากันตั้งแต่วันที่ 25 กค. จนถึงวันนี้ 1 สค.61… ได้ปฏิติภารกิจค้นหาผู้รอดชีวิต, ผู้สูญหาย และภารกิจโรงครัวทำอาหารจำนวน 1-2,000 ชุด แจกจ่ายศูนย์อพยพบ้านบก แขวงอัตตะปือ สปป.ลาว อย่างต่อเนื่องทุกวันและวันนี้จบภารกิจแล้ว ได้ยกทีมเดินทางกลับ เพื่อมาช่วยพี่น้องคนไทยที่ประสบอุทกภัยน้ำท่วมในบ้านเราต่อ…ขอให้เดินทางปลอดภัยครับ แล้วเจอกันที่กรุงเทพฯ …ขอบคุณครับ ?❤✌✌#ลาว #เขื่อนแตก #กู้ภัยไทย #prayforattapue————————#ภารกิจสิ้นกลับบ้านเรา#ครอบครัวป่อเต็กตึ๊ง#ทีมใต้4_00#คำรพทีม_คำรพ110#เฉพาะกิจวปป.ลาว_61#ฝ่ายข่าวสื่อสารองค์กรมูลนิธิป่อเต็กตึ๊งCr.Yuttapon Raksayos, กู้ภัย หัวใจเดียวกัน

Posted by Rungrot Kongpiban on Tuesday, July 31, 2018

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

ທີ່ມາ: Rungrot Kongpiban,  เราทำงาน แค่ถ่ายภาพ 

ແບ່ງປັນ