Breaking News

ຈື່ກັນໄດ້ບໍ່? ລູກນໍ້າ ທິດາລັດ ຮ່ວມເສີດສາຍໃນພົມແດງ  MAYA AWARDS 2018 ສອງປີຊ້ອນ!!!

ແບ່ງປັນ

ຈື່ກັນໄດ້ບໍ່? ເປັນກະແສຮືຮາກັນສຸດໆເມື່ອ ລູກນໍ້າ ທິດາລັດ ວົງສິລິ  ນັກສະແດງຈາກບ້ານເຮົາ ຮ່ວມງານປະກາດຜົນລາງວັນລະດັບປະເທດຂອງປະເທດເພື່ອນບ້ານ MAYA AWARDS, ເຊິ່ງບໍ່ແມ່ນປີທຳອິດທີ່ສາວຄົນນີ້ ຮ່ວມເສີດສາຍໃນພົມແດງງານດັ່ງກ່າວ ຂໍບອກເລີຍວ່າ 2 ປີຊ້ອນແລ້ວເດີ້, ສຳລັບງານ MAYA AWARDS ກໍ່ເປັນອີກງານໜຶ່ງໃນປະເທດເພື່ອນບ້ານທີ່ມີດາລາ ສິລະປິນ ແລະ ຄົນບັນເທີງທົ່ວທຸກຂະແໜງການມາຮ່ວມກັນຢ່າງຫຼວງຫຼາຍ ແຖມ ສາວ ລູກນໍ້າ ກໍ່ຍັງເປັນທີ່ສົນໃຈຈາກເຫຼົ່າແຟນຄລັບ ແລະ ສື່ມວນຊົນຈາກປະເທດໄທໄດ້ເປັນຢ່າງດີ.

ລູກນໍ້າ ທິດາລັດ ວົງສິຣິ ໃນງານ  MAYA AWARDS 2017

(ລູກນໍ້າ ຖ່າຍຮູບຮ່ວມເຟມກັບ ຊຸບເປີສະຕາໝາຍເລກ 1 ຂອງໄທ ອໍ້າ ພັດສະລາພາ ໄຊເຊື້ອ ຈົນເປັນທີ່ຮືຮາຂອງເຫຼົ່າແຟນຄລັບ)

ລູກນໍ້າ ທິດາລັດ ວົງສິຣິ ໃນງານ  MAYA AWARDS 2018

(ວ້າວວວວ! ງາມຫຼາຍໆ ຂໍສຽງແຟນຄລັບຂອງ ລູກນໍ້າ ທິດາລັດ ກັນແດ່ໄວໆ…)

ຮູບພາບຈາກ: fb/Louknum Vongsili

ແບ່ງປັນ