Breaking News

ງົດງາມ! ລູກນໍ້າ ທິດາລັດ ເສີດສາຍໃນພົມແດງຂອງງານປະກາດລາງວັນທີ່ປະເທດໄທ

ແບ່ງປັນ

ງົດງາມ… ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ເດີນທາງຮ່ວມງານປະກາດຜົນລາງວັນ MAYA AWARDS 2018 ຄັ້ງທີ 4 ທີ່ປະເທດໄທ ໃນງານດັ່ງກ່າວເປັນງານປະກາດຜົນລາງວັນຂອງວົງການບັນເທີງປະເທດເພື່ອນບ້ານ ມີຄົນດັງ ດາລາ ສິນລະປິນ ແລະ ຄົນບັນເທີງໄທທົ່ວທຸກຂະແໜງການທີ່ມາຮ່ວມໃນງານນີ້, ເຊິ່ງນັກສະແດງຊື່ດັງຈາກລາວເຮົາ ກໍ່ໄດ້ໄປຮ່ວມເສີດສາຍໃນພົມແດງ ງານນີ້ ລູກນໍ້າ ເປີດໂຕມາໃນຊຸດລາຕີຍາວສີເຫຼືອງອ່ອນ ງົດງາມອໍລ້າຈັບ ເສີດສາຍໄດ້ບໍ່ແພ້ຄົນບັນເທີງເຈົ້າຖິ່ນ, ແຖມ ສາວ ລູກນໍ້າ ກໍ່ຍັງເປັນທີ່ສົນໃຈຈາກເຫຼົ່າແຟນຄລັບ ແລະ ສື່ມວນຊົນຈາກປະເທດໄທໄດ້ເປັນຢ່າງດີ.

(ມີຮູບພາບທີ່ ລູກນໍ້າ ທິດາລັດ ໃນງານ ມາຝາກ ງົດງາມ ອໍລ້າຈັບສຸດໆ)

ງົດງາມ ອໍລ້າຈັບຫຼາຍໆ ບອກເລີຍວ່າ “ເລີດໆໆໆ…ສຸດໆ” #ແຊຣໄປເປັນກຳລັງໃຈໃຫ້ນັດສະແດງຈາກລາວ

ຮູບພາບຈາກ: fb/Louknum Vongsili

ແບ່ງປັນ