Breaking News

ໜ້າຮັກ ໜ້າແພງ! BNK48 ຈັດມິນິຄອນເສີດມອບເງິນຊ່ວຍເຫຼືອພີ່ນ້ອງຊາວ ແຂວງ ອັດຕະປື ແຖມເຊີໄພ້ແຟນໆແບບນີ້…

ແບ່ງປັນ

ໜ້າຮັກ ໜ້າແພງສຸດໆ ສຳລັບ BNK48 ເກີກຣຸບຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ເຈົ້າຂອງບົດເພງດັງ “ຄຸກກີ້ສ່ຽງທາຍ” ໄດ້ເດີນທາງມາທີ່ ປະເທດລາວ ເພື່ອມາຮ່ວມໃນພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ແຂວງ ອັດຕະປື ພ້ອມຍັງມີມິນິຄອນເສີດໃຫ້ແຟນຄລັບໄດ້ ກຣີດໆໆໆ ກັນຢ່າງສະໜັ່ນຫວັ່ນໄຫວ.

ແຖມສາວໆວົງ BNK48 ຍັງເຮັດໃຫ້ແຟນໆຊາວລາວເຊີໄພ້ກັນສຸດໆ ເມື່ອສາວໆວົງນີ້ໄດ້ ນຸ່ງສິ້ນ ຕັ້ງແຕ່ລົງຍົນ  ແລະ ຍັງມີຮູບທີ່ສາວໆ BNK48 ໄດ້ໄປທີ່ ວັດສີເມືອງ ພ້ອມກັບນຸ່ງສິ້ນ ເບິ່ງແລ້ວໜ້າຮັກ ໜ້າແພງຫຼາຍໆ.

ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ