Breaking News

ເລີດໆໆໆ…! ຄຣິດຕິນ້າ ມາລຸກນີ້ກິນຂາດ ຮ່ວມງານປະກາດລາງວັນ Maya Award 2018

ແບ່ງປັນ

ຄຣິດຕິນ້າ ລາສະສິມມາ ອະດີດ Miss Laos 2012 ຮ່ວມງານປະກາດຜົນລາງວັນ Maya Award 2018 ທີ່ປະເທດເພື່ອນບ້ານ (ປະເທດໄທ) ເຊິ່ງຂໍບອກວ່ານາງຈັດເຕັມ ເບິ່ງແລ້ວອິນເຕີໆ ຄົມເຂັ້ມ ແຖມມາໃນຊຸດລາຕີຍາວສີຂາວ ເບິ່ງແລ້ວສະຫງ່າງາມ.

ມີພາບບັນຍາກາດໃນງານ ປະກາດລາງວັນ Maya Award 2018 ທີ່ ສາວ ຄຣິດຕິນ້າ ໄດ້ໄປຮ່ວມມາຝາກ ນອກຈາກນັ້ນງານນີ້ຍັງມີ ຕ້າ ເອແພັກ ແລະ ເທີເລີ  ສີສົມບັດ ແລະ ຄົນບັນເທີງຈາກປະເທດລາວເຮົາໄປຮ່ວມຢ່າງຫຼວງຫຼາຍ.

ເຊິ່ງເບື້ອງຫຼັງຄວາມງາມຂອງ ຄຣິດຕິນ້າ ລາສະສິມມາ ກໍ່ແມ່ນໄດ້ ອະເລັກ ອະລິຍາ ຊ່າງແຕ່ງໜ້າຄິວທອງ ແລະ ບິນລີ້ ສີອຳພັນ ນັກອອກແບບໜຸ່ມນ້ອຍໄຟແຮງ ມາເນລະມິດລຸກງາມໆ ເລີດໆໃນເທື່້ອນີ້.

ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ຄຣິດຕິນ້າ ລາສະສິມມາ ກໍ່ຢ່າລືມໄລ້ ແຊຣ ລົວໆເປັນກຳລັງໃຈໃຫ້ນາງກັນແດ່ ເພາະຕ້ອງຍອມເລີຍວ່າ ນາງເລີດໆໆໆ ລຸກນີ້ກິນຂາດອີ່ຫລີ!!!

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ