Breaking News

ແຟນຄລັບແຫ່ກຣີດໆໆ! ນາງສາວລາວ (Miss Laos) ເທື່ອນີ້ລວມຕົວແບບຄົບທີມ!!!

ແບ່ງປັນ

ຂໍບອກເລີຍວ່າ ງານນີ້ມີ ກຣີດໆໆໆ ກັນດັງສະໜັ່ນຫວັ່ນໄຫວແນ່ນອນ, ຫຼ້າສຸດ ເມື່ອທ້າຍອາທິດທີ່ຜ່ານມາ ໄດ້ມີການລວມຕົວຂອງບັນດາຄົນມີມົງ… ແນະ ແນະ ແນະ ຢາກຮູ້ແລ້ວແມ່ນບໍ່ວ່າກ່ຽວກັບຫຍັງ ເອົ້າ!!! ມາໆໆ ຊະນີIndy ຈະມາເວົ້າສູ່ຟັງ ກໍ່ຄືທີ່ເວົ້າກັນຄ່າວໆວ່າ ໄດ້ມີການລວມຕົວຂອງ ອະດີດນາງສາວລາວ ເທື່ອນີ້ຖືເປັນການລວມຕົວທີ່ຄົບທີມ ບໍ່ວ່າຈະເປັນ: ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017.

ເຊິ່ງການລວມຕົວຂອງພວກນາງໃນເທື່ອນີ້ກໍ່ບໍ່ທຳມະດາ ເພາະໄດ້ມີການຈັດກິດຈະກຳ Meet and Greet  ໃຫ້ກັບແຟນໆໄດ້ໃກ້ຊິດກັບນາງງາມໃນດວງໃຈກັນແບບສຸດພິເສດ.

ບອກເລີຍວ່າ ງາມ…ໜ້າຮັກ ແລະ ຊົງຄຸນຄ່າ ສົມທີ່ເປັນ ນາງສາວລາວ (Miss Laos) ເຮົາແທ້ໆ, ຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ #ທີມນາງສາວລາວ ກັນແດ່ເດີ້ແຟນໆ.

ຮູບພາບ:Louknum VongsiliKik Phailinda PhilavanhMalai Malaithip.

ແບ່ງປັນ