Breaking News

ໃຜລຶ້ງເບື້ອງຊ້າຍແດ່ຍົກມື? ວັນຖະໜັດແຮງຊ້າຍສາກົນ (International left handers day)

ແບ່ງປັນ

13 ສິງຫາ ວັນຖະໜັດແຮງຊ້າຍສາກົນ (International left handers day)

ຮູ້ກັນຫຼືບໍ່? ໃນວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ.

ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ ແມ່ນຖືກດູໝີ່ນວ່າເປັນຄົນພິການ, ບົກພ່ອງ ແລະ ຜິດປົກກະຕິທາງຮ່າງກາຍ. ນອກຈາກນີ້, ຄົນທີ່ຖະໜັດແຮງຊ້າຍຍັງຖືກຄົນໃນສັງຄົມຕາເວັນຕົກບູຮານ ເຊື່ອຖືວ່າເປັນຜີສາດຮ້າຍ ລວມທັງໃນອາຊີ ທີ່ບາງຄອບຄົວ, ພໍ່ແມ່ ຫຼື ຜູ້ປົກຄອງຈະສັ່ງສອນ ແລະ ບັງຄັບໃຫ້ລູກຫຼານຂອງຕົນຖະໜັດແຮງຂວາເທົ່ານັ້ນ ໃນຂະນະທີ່ອິນເດຍ ແລະ ປະເທດທີ່ນັບຖືສາສະໜາມຸດສະລິມ ຈະມີຂໍ້ຫ້າມໃຊ້ມືຊ້າຍໃນກິດຈະກຳຕ່າງໆຢ່າງເດັດຂາດ ເນື່ອງຈາກຖືວ່າເປັນມືທີ່ບໍ່ສະອາດ ເພາະຖືກໃຊ້ທຳຄວາມສະອາດຫຼັງຈາກການຂັບຖ່າຍ

ເຖິງວ່າໂລກຂອງພວກເຮົາ ສ່ວນໃຫຍ່ຈະສ້າງສັນໃຫ້ຄົນທີ່ຖະໜັດແຮງຂວາ ເປັນສ່ວນໃຫຍ່ກໍຕາມ ແຕ່ກໍມີຄົນທີ່ຖະໜັດແຮງຊ້າຍຈຳນວນບໍ່ໜ້ອຍ ທິ່ກາຍເປັນບຸກຄົນສຳຄັນຂອງໂລກ ເຊັ່ນ ໄອແຊັກ ນິວຕັນ, ອາວເບີດ ໄອສະຕາຍ, ບາຣັກ ໂອບາມາ, ບິວເກດສ, ສະຕີບ ຈ໋ອບ, ມາກຄ໌ ຊັກເກີເບີກຄ໌… ເປັນຕົ້ນ

ຂໍຂອບໃຈທີ່ມາຈາກ: Lao Youth Radio FM 90.0 Mhz

(ຮູບພາບບາງສາວນຈາກ: Google)

ແບ່ງປັນ