ນັບວ່າເປັນຂ່າວທີ່ເຮັດໃຫ້ຄົນລາວເຮົາມີຄວາມຍິນດີເລີຍກໍ່ວ່າໄດ້ ເນື່ອງຈາກໄດ້ມີນັກສຶກສາຕົວແທນ ປະເທດລາວ ເຂົ້າຮ່ວມແຂ່ງຂັນ Microsoft Office Specialist (MOS) ທີ່ Orlando, Florida, USA ຕັ້ງແຕ່ໃນວັນທີ 29ກໍລະກົດ ຫາ 1ສິງຫາ 2018 ທີ່ຜ່ານມາ, ເຊິ່ງນັກສຶກສາຈາກ ປະເທດລາວ ທ້າວ ສົມສິດ ພົນພັກດີ ກໍ່ບໍ່ເຮັດໃຫ້ຜິດຫັວງ ເພາະສາມາດຕິດ Top 10 ໃນການແຂ່ງຂັນລະດັບໂລກໃນປີນີ້.
ໃນມື້ແຂ່ງຂັນ, ນັກແຂ່ງຂັນທັງໝົດໄດ້ເຮັດບົດສອບເສັງໂດຍຕ້ອງໄດ້ຄວາມສາມາດຕົວເອງທັງໝົດນັບຕັ້ງແຕ່ສ້າງຮູບແບບ ເອກະສານ, ຕາຕະລາງ, ແລະ ບົດນຳສະເໜີ ໂດຍອີງຕາມຂໍ້ມູນທີ່ຈັດກຽມໃຫ້ ໂດຍໃຊ້ Word, Excel ແລະ PowerPoint.
ສຳລັບການແຂ່ງຂັນແມ່ນ ຄົບຮອບ 17 ປີ ກັບການແຂ່ງຂັນເຊິ່ງໂດຍມີຄົນຮ່ວມແຂ່ງຂັນທັງໝົດ 760,000 ຄົນ ຈາກ 116 ປະTop10ເທດ, ແລະມີອັດຕາເພີ່ມຂຶ້ນ 35% ຕໍ່ປີ. ນັກສຶກສາໄດ້ເຂົ້າຮ່ວມເພີ່ມທັດສະດ້ານ Microsoft Word, Excel and PowerPoint, ເຊິ່ງໄດ້ບັນລຸເປັນການແຂ່ງຂັນທາງດ້ານເທັກໂນໂລຢີຫຼາຍທີ່ສຸດກ່ຽວກັບ Microsoft Office ແລະ ໄດ້ຖືກການຮອງຮັບຈາກ Microsoft ຕັ້ງແຕ່ປີ 2002, ການເຂົ້າຮ່ວມການແຂ່ງຂັນ, ນັກຮຽນ-ນັກສຶກສາ ຕ້ອງມີອາຍຸ 13 ຫາ 22 ປີເທົ່ານັ້ນ, ແລ້ວໃຫ້ສອບເສັງເອົາໃບຮັບຮອງ Microsoft Office Specialist (MOS).
(ຢ່າງໃດກໍ່ຂໍຊົມເຊີຍ ແລະ ສະແດງຄວາມຍິນດີກັບນັກສຶກສາລາວ)
ທີ່ມາ: https://oudomsavanh.co/blog/66017/