Breaking News

ງານດີເວີ້! ສ່ອງ ບອຍ ໄຊຍະເວດ ໜຸ່ມຫຼໍ່ຈາກລາວ ເຈົ້າຂອງຕຳແໜ່ງ Mister United Asia 2018

ແບ່ງປັນ

ມື້ນີ້ຈະພາມາອັບເດດ ໜຸ່ມ ບອຍ ໄຊຍະເວດ ຫຼັງຈາກທີ່ນຳຂ່າວດີມາຝາກຄົນລາວ ໂດຍໜຸ່ມຄົນນີ້ໄດ້ໄປເປັນຕົວແທນປະເທດລາວໄປປະກວດໃນເວທີ Mister United Asia 2018 ໃນຊ່ວງທ້າຍເດືອນ ກໍລະກົດ ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະສາມາດນຳລາງວັນຊະນະເລີດໄດ້ເປັນ Mister United Asia 2018 ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ໂດດເດັ່ນ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ.

ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ  Mister United Asia ມີ: 

  1. Mister United Asia 2018
  2. The winner – Inspiration & Smart
  3. The winner – Best man of Korat (Most Popular Candidate in Korat province)
  4. The winner – Mister United Asia Top Awards by N-Risi & Signaure
  5.  Top five of Best in Thai Short Costume

ລອງມາອັບເດດ ມາສ່ອງຮູບສຸດເຈົ້າຊູ້ຂອງ ໜຸ່ມ ບອຍ ລອງເບິ່ງເນາະ ບອກເລີຍວ່າສາວໆກຽມກຣີດໆໆໆ…ງານດີສົມກັບທີ່ໄດ້ລາງວັນແທ້ໆ!!

ເປັນແນວໃດແດ່ ງານດີສົມກັບທີ່ ຊະນີIndy ບອກໄວ້ແຕ່ຕົ້ນເລີຍແມ່ນບໍ່, ຢ່າງໃດກໍຢ່າລືມ ເປັນກຳລັງໃຈໃຫ້ໜຸ່ມ ບອຍ ໄຊຍະເວດ ກັນແດ່ເດີ້ແຟນໆ.

ຮູບພາບ: FB/Boy Xayaveth

ແບ່ງປັນ