Breaking News

“ວອນຜູ້ກ່ຽວຂ້ອງປົວແປງດ່ວນ! ເພື່ອໃຫ້ທັນກັບ ບຸນຊ່ວງເຮືອເດືອນເກົ້າ ບຸນເຂົ້າປະດັບດິນ ທີ່ຈະມາເຖິງນີ້”

ແບ່ງປັນ

ໃນວັນທີ 25 ສິງຫາ 2018 ທີ່ຜ່ານມາ ໄດ້ມີເພສເຟສບຸກ ນະຄອນຫລວງພຣະບາງ Luangprabang City ໄດ້ລາຍງານສະພາບເສັ້ນທາງແຄມແມ່ນໍ້າຄານທີ່ນະຄອນຫຼວງພະບາງ ເຂດ ບ້ານ ຄີລີ-ຊຽງທອງ  ຕັ້ງແຕ່ບ້ານວັດແສນ ຫາຜາມຕຳນັກ (ຜາມໄຊ) ເຊິ່ງໄດ້ມີເຫດການດິນເຈື່ອນ.

ເຊິ່ງເພສດັງກ່າວຍັງໄດ້ໂພສຮູບພາບ ພ້ອມຄຳອະທິບາຍວ່າ:  “ມື້ຄືນນີ້ ວັນທີ່ 25/08/2018 ເສັ້ນທາງແຄມຄານແຖວບ້ານຄີລີ-ຊຽງທອງ ຕັ້ງແຕ່ບ້ານວັດແສນ ຫາຜາມຕຳນັກ ( ຜາມໄຊ ) ໄດ້ເຈື່ອນລົງ ພໍ່ຕື່ນເຊົ້າມາມື້ນີ້ ວັນທີ່ 26/08/2018 ກໍ່ເຫັນສະພາບ ແບບນີ້ ເພາະທາງນີ້ມີບັນຫາ ການຍຸບຕົວມາຫລາຍປີແລ້ວ ຍ້ອນຂາດການເປັນເຈົ້າການໃນການປົກປັກຮັກສາ ແລະນ້ຳຄານຂຶ້ນຫລາຍອີກດ້ວຍ ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ໂຍທາ ນະຄອນຫລວງພຣະບາງ , ໄຟຟ້າລາວ ສາຂານະຄອນຫລວງພຣະບາງ ແລະ ສາຍໂທລະສັບຈາກບໍລິສັດຕ່າງໆ ມາເບິ່ງແລະປົວແປງໂດຍດ່ວນ ເພາະອີກບໍ່ຈັກມື້ຂ້າງຫນ້ານີ້ ຄືວັນທີ່ 09/09/2018 ນີ້ກໍ່ຈະຮອດມື້ບຸນຊ່ວງເຮືອເດືອນເກົ້າ ບຸນເຂົ້າປະດັບດີນ ທີ່ຜູ້ຄົນ ແຂກບ້ານໃກ້ໄກ ຈະມາຮ່ວມຊົມຮ່ວມເຊຍ ໃນບໍລິເວນແຫ່ງນີ້ເປັນຈຳນວນຫລວງຫລາຍພາຍມາກ…ເດີ”

ທີ່ມາ: ນະຄອນຫລວງພຣະບາງ Luangprabang City

ແບ່ງປັນ