Breaking News

ໂບ ປະກາດລາອອກຈາກປະທານສະໂມສອນວຽງຈັນຍູໄນເຕັດ ຊີ້ແຈງເຮັດໄປເພາະຄວາມຫວັງດີ ພ້ອມໄລ້ສົດທັງນໍ້າຕາ!!!

ແບ່ງປັນ

ກາຍເປັນ Talk of the town ຫຼັງຈາກທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການແບບສົດໆຮ້ອນ ເພື່ອປະຕິບັດວິໄນຕໍ່ປະທານສະໂມສອນວຽງຈັນຍູໄນເຕັດ ເນື່ອງຈາກວັນທີ 25 ສິງຫາ 2018 ຜູ້ກ່ຽວໄດ້ໄລ້ສົດທາງເຟສບຸກ (Facebook) ສ່ວນຕົວວິຈານທາງເຂົ້າສະຫະພັນບານເຕະແຫ່ງຊາດລາວແບບບໍ່ເໝາະສົມ, ຫຼ້າສຸດພໍແຕ່ຮູ້ຂ່າວການປະສັ່ງປະຕິບັດວິໄນ ໂບ ພິຈິກາ ກໍໄດ້ໂພສເປີດໃຈຜ່ານເຟສບຸກສ່ວນຕົວ ຊີ້ແຈງວ່າທີ່ຕົນໄລ້ສົດໄປເພາະຄວາມຫວັງດີ ແລະ ຂໍຮັບຜິດຊອບຕໍ່ການກະທຳໃນເທື່ອນີ້ດ້ວຍການອອກມາຂໍໂທດ ພ້ອມຂໍລາອອກຈາກ ແລະ ຈະບໍ່ຂໍກ່ຽວຂ້ອງຕໍ່ກິລາບານເຕະທຸກຊະນິດ.

 ແຖມ ໂບ ພິຈິກາ ປະທານສະໂມສອນວຽງຈັນຍູໄນເຕັດ ຍັງອອກມາໄລ້ (Live) ສົດເປີດໃຈເປັນເວລາເກືອບ 1ຊົ່ວໂມງທັງນໍ້າຕາ ພ້ອມບອກໃຫ້ເລື່ອງຂອງຕົນເປັນອຸທາຫອນ, ເຮັດໃຫ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ.

ຂ້ອຍກັບມາ ມັນກະບໍ່ຄືເກົ່າໃຫ້ເລື່ອງຂອງໂບເປັນບົດຮຽນສຸດທ້າຍ ສາ

Posted by Phijika Boonkwang on Tuesday, August 28, 2018

 

(ມີຄລິບຕົ້ນເຫດທີ່ເຮັດໃຫ້ ປະທານສະໂມສອນວຽງຈັນຢູໄນເຕັດ ຖືກສັ່ງປະຕິບັດວິໄນ)

ກະລັງໄປເຊຍບານ

Posted by Phijika Boonkwang on Friday, August 24, 2018

 

(ແຈ້ງການ ຈາກສະຫະພັນບານເຕະລາວ)

 

ທີ່ມາ: fb/Phijika Boonkwang

ແບ່ງປັນ