Breaking News

7 ພຶດຕິກໍາທີ່ເຂົ້າຂ່າຍ “ການລວນລາມທາງເພດ” (Sexual Harassment)

ແບ່ງປັນ

ເມື່ອເວົ້າເຖິງຄຳວ່າ “ການລວນລາມທາງເພດ (Sexual Harassment) ທີ່ໝາຍເຖິງ ການກະທໍາທາງເພດ ອັນບໍ່ເປັນທີ່ຕ້ອງການ ສ້າງຄວາມເດືອດຮ້ອນ ອຶດອັດໃຈ ແລະກະທົບຕໍ່ກຽດສັກສີຂອງອີກຝ່າຍໜຶ່ງ” ເປັນພຶດຕິກໍາທີ່ຄົນສ່ວນຫຼາຍມັກຈະເຂົ້າໃຈວ່າເປັນພຽງແຕ່ການທີ່ ຜູ້ຊາຍຈັບບາຍ ຮ່າງກາຍແມ່ຍິງ ອັນເຮັດໃຫ້ແມ່ຍິງຜູ້ນັ້ນອັບອາຍ ຫຼືບໍ່ພໍໃຈ ເຊິ່ງຄວາມເຂົ້າໃຈແບບນີ້ ເປັນຄວາມໝາຍບາງສ່ວນຂອງຄຳວ່າ ການລວນລາມທາງເພດ ເທົ່ານັ້ນ ເພາະໃນຕ່າງປະເທດ ພຶດຕິກຳທີ່ຖືວ່າເຂົ້າຂ່າຍການລວນລາມທາງເພດນັ້ນ ແມ່ນກວ້າງ ແລະລະອຽດອ່ອນກວ່າພຽງພຶດຕິກຳທີ່ປະຈັກຕາ ແຕ່ມັນຍັງລວມເອົາ ບັນດາພຶດຕິກຳ ທີ່ສໍ່ໄປທາງເພດອື່ນໆ ທີ່ອາດບໍ່ທັນໄດ້ຈັບບາຍຮອດຮ່າງກາຍແມ່ຍິງຊ້ຳ ແຕ່ກໍເຮັດໃຫ້ແມ່ຍິງຮູ້ສຶກບໍ່ມັກ ອັບອາຍ ອຶດອັດ ສ້າງຄວາມເດືອນຮ້ອນ ແລະກະທົບຕໍ່ກຽດສັກສີ ແມ່ຍິງກໍສາມາດໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອເອົາຜິດຕໍ່ຜູ້ກະທຳໄດ້ .. ງົງແມ່ນບໍ່?

ທີ່ຈິງແລ້ວ ການລວມລາມທາເພດ ສາມາດເກີດຂຶ້ນໄດ້ທຸກໆສະຖານທີ່ ບໍ່ວ່າຈະເປັນ ເຮືອນ, ຊຸມຊົນ, ໂຮງຮຽນ, ບ່ອນເຮັດວຽກ ຫຼືບ່ອນສາທາລະນະຕ່າງໆ ຜູ້ກະທຳອາດເປັນຄົນແປກໜ້າ,​ ຄົນຮູ້ຈັກ ຫຼືຄົນໃນຄອບຄົວຂອງແມ່ຍິງເອງກໍໄດ້ ອີງຕາມບົດຄົ້ນຄວ້າຈາກຫຼາຍໆປະເທດ ກ່າວວ່າ ແມ່ຍິງເຮົາ ເກືອບ 100% ເຄີຍມີປະສົບການຖືກລວນລາມທາງເພດ ຈາກພຶດຕິກຳໃດໜຶ່ງລຸ່ມນີ້:

  1. ການກະທຳທາງຮ່າງກາຍເຊັ່ນ: ການສວຍໂອກາດ ຈັບບາຍ ຫຼືຖູໄຖຮ່າງກາຍຜູ້ອື່ນທີ່ສໍ່ໄປທາງເພດ ການກອດ ຈູບ ລູບຄໍາ ຈັບບາຍອະໄວຍະວະສ່ວນໜຶ່ງ ການຕ້ອນເຂົ້າແຈຝາ ຫຼືທາງຍ່າງ ການນຳຊູຊີໂດຍທີ່ອີກຝ່າຍບໍ່ຕ້ອງການ ການຕັ້ງໃຈຢືນ ຫຼືນັ່ງໃກ້ຊິດເກີນໄປ ການດຶງເຂົ້າມານັ່ງຕັກ ການນວດ ຫຼືຈັບບາຍເຄື່ອງນຸ່ງ/ເສັ້ນຜົມ/ຮ່າງກາຍຂອງຜູ້ອື່ນ ການຍິກຄິ້ວ ຍິກຕາ ສົ່ງຈູບ ການເລຍຮີມສົບ ການຜິວປາກແບບເຊີນຊວນ ແລະການທຳທ່າຢາກຈົນນໍ້າລາຍເຮ່ຍ
  2. ການກະທຳທາງວາຈາ: ເຊັ່ນ ການວິຈານຮູບຮ່າງ ໜ້າຕາ ເວົ້າຢອກໄຍ ຫຍາບຄາຍທາງເພດ ເວົ້າເລື່ອງຕະຫລົກທາງເພດ ເວົ້າຈີບແບບບ່າວສາວ ເວົ້າລາມົກ ເວົ້າຈາໂດຍອ້ອມເລື່ອງທາງເພດ ການປ່ຽນຫົວຂໍ້ສົນທະນາເປັນເລື່ອງເພດ ຖາມປະສົບການຄວາມມັກທາງເພດ ຖາມໂດຍອ້ອມ ຫຼືສະແດງຄວາມເຫັນເລື່ອງທາງເພດ ຖາມເລື່ອງສ່ວນຕົວກ່ຽວກັບເພດສຳພັນ ສະແດງຄຳເຫັນເລື່ອງລົດນິຍົມທາງເພດ ທັງນີ້ຍັງລວມເຖິງການກະທຳດ້ວຍວາຈາທາງໂທລະສັບ ແລະສື່ອອນລາຍນຳອີກ
  3. ການກະທຳທາງສາຍຕາ: ການໃຊ້ສາຍຕາລວນລາມ ການແນມເບິ່ງຮ່າງກາຍ ການສ່ອງກ້ອງສິ້ນ ຫຼືກະໂປງ ການເບິ່ງນົມ ຫຼືຄໍເສື້ອ
  4. ການສະແດງຫຼືສື່ສານດ້ວຍວິທີການໃດໆ ທີ່ສື່ເຖິງເລື່ອງທາງເພດ: ເຊັ່ນ ການສະແດງຮູບລາມົກອານາຈານ ຫຼືວັດຖຸ ຫຼືຂໍ້ຄວາມ ທີ່ກ່ຽວຂ້ອງກັບເພດ ການຂຽນ ຫຼືແຕ້ມຮູບພາບເລື່ອງເພດ ໃນບ່ອນສາທາລະນະ ການສະແດງສັນຍານ ຫຼືສັນຍາລັກທີ່ສະແດງເຖິງອະໄວຍະວະເພດ ຫຼືການຮ່ວມເພດ
  5. ການກະທຳໃດໆ ທີ່ສື່ໄປໃນທາງເພດໃນບ່ອນເຮັດວຽກ ຫຼືການສ້າງສະພາບແວດລ້ອມທີ່ເອື້ອຕໍ່ການລວນລາມທາງເພດ: ເຊັ່ນ ການຫ້ອຍປະຕິທິນລາມົກອານາຈານ ການເບິ່ງຮູບເງົາລາມົກອານາຈານໃນບ່ອນເຮັດວຽກ ການວາງປຶ້ມລາມົກອານາຈານເທິງໂຕະເຮັດວຽກ ການຕິດຮູບພາບລາມົກອານາຈານໃນບ່ອນເຮັດວຽກ
  6. ການສະແດງພຶດຕິກຳອື່ນໆ ໃນເລື່ອງເພດໂດຍທາງອ້ອມ ເພື່ອໃຫ້ໄດ້ມາເຊິ່ງຄວາມພຶງພໍໃຈທາງເພດ ໂດຍທີ່ຜູ້ຖືກກະທຳບໍ່ຕ້ອງການ ຫຼືເດືອດຮ້ອນລຳຄານ: ເຊັ່ນ ການສົ່ງພາບ, ຂໍ້ຄວາມ, ເລື່ອງເລົ່າ ທາງເພດໂດຍກົງ ຫຼືໂດຍອ້ອມ ໃຫ້ກັບພະນັກງານໃນຫ້ອງການດຽວກັນ ທາງອີເມວ ຫຼືສື່ອອນລາຍຕ່າງໆ
  7. ການໃຫ້ປະໂຫຍດ ແລະໂທດ ຈາກການເຮັດວຽກ ເພື່ອແລກປ່ຽນຜົນປະໂຫຍດທາງເພດ ໂດຍທາງກົງ ແລະທາງອ້ອມ: ການລວນລາມທາງເພດໃນລັກສະນະນີ້ ມັກເປັນການກະທຳຂອງຫົວໜ້າ ຕໍ່ລູກນ້ອງ ເຊັ່ນ: ການມອບໝາຍວຽກງານ ການພິຈາລະນາຜົນງານ ໂດຍການເລື່ອນຂັ້ນຕຳແໜ່ງ ຂຶ້ນເງິນເດືອນ ການປ່ຽນໜ້າທີ່ເຮັດວຽກ ການຄັດເລືອກເຂົ້າເຮັດວຽກ

    ຢ່າລືມວ່າ ຫາກການກະທຳໃດໜຶ່ງຂ້າງເທິງ ກະທົບຕໍ່ກຽດສັກສີ ບໍ່ເປັນທີ່ຕ້ອງການ ສ້າງຄວາມອຶດອັດ ອັບອາຍ ເດືອດຮ້ອນໃຫ້ແກ່ທ່ານ ຖືໄດ້ວ່າແມ່ນ ການລວນລາມທາງເພດ ເປັນຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງລະເມີດຕໍ່ກົດໝາຍບ້ານເມືອງ.

ຂໍ້ມູນ: ວາລະສານ ຂວັນໃຈ

ຮູບພາບ: GETTY IMAGES

ແບ່ງປັນ