Breaking News

ພາດບໍ່ໄດ້! ຂໍແນະນຳງານດີໆແກ່ຜູ້ປະກອບການລາວ “Hong Kong October Show 2018”

ແບ່ງປັນ

ຢາກລວຍ ຢາກເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການທີ່ຢາກຂະຫຍາຍທຸລະກິດ ແຕ່ຍັງບໍ່ມີຊ່ອງທາງ ໂອກາດດີໆສຳລັບຜູ້ປະກອບການມາຮອດແລ້ວໂດຍສະເພາະຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ຜະລິດສິນຄ້າລາວ (Handmade), ຂໍແນະນຳງານດີໆທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2018 ນີ້ ກັບງານວາງສະແດງ 7 ກຸ່ມປະເພດສິນຄ້າ Hong Kong October Show 2018 ຈະຈັດຂຶ້ນຢູ່ທີ່ ຮົງກົງ ໃນ ເດືອນຕຸລາ ທີ່ຈະມາເຖິງນີ້…. ຈັດໂດຍ ບໍລິສັດ ຄອມເອເຊຍ (COMASIA LIMITED) ທີ່ບໍລິສັດຈັດງານສະແດງສິນຄ້າຂອງຮົງກົງ, ເບີລິນ, ປາຣີສ ແລະ ໄທ ເພື່ອຜູ້ຊື້ຈາກຕ່າງຊາດສາມາດເຂົ້າເຖິງຜູ້ຈັດຈຳໜ່າຍໄດ້ງ່າຍຂຶ້ນ.

ງານຖະແຫຼ່ງຂ່າວກ່ຽວກັບການຈັດງານ ແລະ ເຊີນຊວນຜູ້ປະກອບການລາວ, ໄດ້ຈັດຂຶ້ນ ວັນທີ 28 ສິງຫາ 2018, ຢູ່ທີ່ໂຕະລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ອາຈິນເວດ ວົງທອງ ແລະ ທ່ານ ສຶບພົງ ສະມິດທັນ ຜູ້ຈັດການໂຄງການຂອງ N.C.C Exhibition Organizer Co.,Ltd. (NEO).

ງານ Hong Kong October Show 2018, ຈະໄດ້ແບ່ງອອກເປັນ 7 ປະເພດຄື2 ໄລຍະ: ລະຫວ່າງວັນທີ 20-23ເດືອນ ຕຸລາ 2018ສິນຄ້າປະເພດຂອງຂວັນ, ເຄື່ອງລະນຶກ ແລະ ເຄື່ອງເກດພີມຽມສິນຄ້າປະເພດເຄື່ອງໃຊ້ພາຍໃນເຮືອນ ແລະເຮືອນຄົວ;  ສິນຄ້າເຄື່ອງຫຼິ້ນ ແລະ ເກມເຄື່ອງຕົກແຕ່ງສຳລັບງານເທສະການຄຣິສມາດ ແລະລະຫວ່າງວັນທີ 27-29 ເດືອນ ຕຸລາ 2018ຄື: ແລະເທສະການຕ່າງໆສິນຄ້າປະເພດຜະລິດຕະພັນການທ່ອງທ່ຽວສິນຄ້າເຄື່ອງໃຊ້ຫ້ອງການສິນຄ້າສຸຂະພັນ ແລະ ອຸປະກອນຫ້ອງນໍ້າ.ຢູ່ທີ່ສູນປະຊຸມ ແລະ ງານວາງສະແດງລະດັບໂລກຢູ່ທີຮົງກົງ,  ໂດຍຈະມີການຈັດແບ່ງຜະລິດຕະພັນທີ່ກ່ຽວຂ້ອງ ງານວາງສະແດງ Hong Kong October Show  ໄດ້ຈັດຂຶ້ນມາໄດ້ 27 ປີແລ້ວ ແລະ ມາຮອດປັດຈຸບັນ,​ງານນີ້ ໄດ້ກາຍເປັນງານວາງສະແດງປະຈຳປີ ໃນລະູດໃບໄມ້ຫຼົ້ນທາງພາກໃຕ້ຂອງຈີນ ແລະ ເປັນຈຸດໝາຍປາຍທາງສຳລັບຊາວຄ້າຂາຍສິນຄ້າອາຊີ ແລະ ທົ່ວໂລກທີ່ຕ້ອງມາງານນີ້ໃຫ້ໄດ້.

ງານນີ້, ເປັນງານທີ່ລວບລວມຜູ້ປະກອບການທີ່ຜະລິດສິນຄ້າຈາກທົ່ວໂລກ ໂດຍສະເພາະຂົງເຂດອາຊີ  ເນື່ອງຈາກປີ 2017 ແມ່ນໄດ້ຮັບຜົນຕອບແທນທີ່ດີ ມີຜູ້ຊື້ຫຼາຍກວ່າ 50.000 ຄົນ ຈາກ 130 ປະເທດ ແລະ ມີຜູ້ປະກອບການ 5.315 ບໍລິສັດເຂົ້າຮ່ວມວາງສະແດງ ແລະ ມີສະໜອງສິນຄ້າ 4.085 ຄົນ ຈາກຫຼາຍກວ່າ30 ປະເທດເຂົ້າຮ່ວມ. ແຕ່ສໍາລັບ ປີ 2018 ນີ້ ປັດຈຸບັນມີ ຜູ້ລົງທະບຽນເຂົ້າຮ່ວມງານແລ້ວຫຼາຍກວ່າ 4,000ຜູ້ປະກອບການ,  ມີຮ້ານວາງສະແດງສິນຄ້າທັງໝົດ 5.360 ບໍລິສັດ ໃນນີ້, ມີ 800 ບໍລິສັດໃໝ່ທີ່ມາຮ່ວມງານ.

ສະນັ້ນ, ຜູ້ປະກອບການລາວບໍ່ຄວນພາດທີ່ຈະນຳເອົາສິນຄ້າຈາກປະເທດລາວ ໂດຍສະເພາະງານປານີດໂຊສີໄມ້ລາຍມືທາງວັດທະນະທຳ,ງານHandmade ທີ່ເປັນສິນຄ້າແບບລາວໆໄປຮ່ວມວາງສະແດງໃນງານນີ້ ເພື່ອເຮັດໃຫ້ສິນຄ້າຂອງລາວເປັນທີ່ຮູ້ຈັກຂອງສາກົນ ກໍຄືທົ່ວໂລກແລະ ສຳລັບຜູ້ປະກອບການທີ່ເປັນບໍລິສັດນຳເຂົ້າສິນຄ້າ ກໍສາມາດລົງທະບຽນເຂົ້າຮ່ວມງານໄດ້ ເພື່ອຈະຮູ້ຈັກຄູ່ຄ້າລາຍໃໝ່, ເຫັນສິນຄ້າໃໝ່ໆທັງ 7 ປະເພດເພື່ອຈະນຳເຂົາມາຈຳໜ່າຍຢູ່ພາຍໃນ. ນອກຈາກນີ້,ຍັງໄດ້ຮຽນຮູ້ປະສົບການໃໝ່ໆຈາກຫຼາຍຜູ້ຜະລິດສິນຄ້າຈາກທົ່ວໂລກ ທີ່ມີແນວຄິດປະດິດສ້າງສິນຄ້າຮູບແບບໃໝ່ນັ້ນເອງ.

ຜູ້ປະກອບການ ແລະຜູ້ຊື້ອອນໄລ໌ຂອງລາວ ສາມາດລົງທະບຽນລ່ວງໜ້າເພື່ອເຂົ້າງານຟຣີໄດ້ຕັ້ງແຕ່ມື້ນີ້ທີ່:

www.asiagnp.com

www.asianhnk.com

www.asiantng.com

www.asianchristmas.com

www.asianstationaryshow.com

www.asiansnv.com

www.asiangnt.com

ນອກຈາກນີ້, ການລົງທະບຽນຂອງທ່ານຍັງຈະໄດ້ຮັບສິດທິພິເສດຕ່າງໆ ແລະ ໄດ້ຮັບເງິນຂວັນຖົງເຖິງ4.600 ໂດລາຮົງກົງ (ປະມານ 4.989.470 ກີບ) ໃນໄລຍະໄປທ່ຽວຊົມງານວາງສະແດງ ແລະ ຍັງມີບໍລິການອື່ນໆລວມເຖິງ ລາຄາທີ່ພັກໂຮງແຮມທີ່ພິເສດ, ລົດເມຮັບສົ່ງພິເສດສະໜາມບິນຮົງກົງຫາໂຮງແຮມ ແລະ ຫ້ອງຮັບແຂກ ວີໄອພີ ຢູ່ໃນງານວາງສະແດງ, ມີອາຫານ, ເຄື່ອງດື່ມ ແລະ ອິນເຕີເນັດຟຣີ. (ສະເພາະຜູ້ປະກອບການລາວທີ່ຈະເຂົ້າຮ່ວມເທົ່ານັ້ນ).

ສະນັ້ນ, ຜູ້ປະກອບການລາວ ຕ້ອງຢ່າລືມຢ່າພາດໂອກາດງານດີໆ ທີ່ຈະໄດ້ປະສົບການ ແລະ ຄູ່ຮ່ວມງານຈາກສາກົນໄດ້ທີ່ງານນີ້.

ລາຍລະອຽດງານວາງສະແດງສາມາດເຂົ້າສຶກສາໄດ້ທີ່ www.mega-show.com

ຕິດຕໍ່ສອບຖາມທີ່ເບີ (852) 2700 6726 (ລິນດາ ຈາງ) ຫຼື Email : [email protected]

ແບ່ງປັນ