Breaking News

ກຳມະການອື້ງ!!! ນັກສະແດງ ກາຍະສິນລາວ ໂຊຄວາມສາມາດໃນລາຍການດັງ Thailand’s Got Talent #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ເປັນທີ່ຮືຮາ ເມື່ອນັກສະແດງ ກາຍະສິນຈາກປະເທດລາວ ຮ່ວມແຂ່ງຂັນໃນລາຍການ Thailand’s Got Talent ເຊິ່ງເອີ້ນໄດ້ວ່າເປັນລາຍການດັງຂອງປະເທດເພື່ອນບ້ານ (ປະເທດໄທ) ແລະ ທີ່ສຳຄັນ ເຮັດເອົາກຳມະການ ແລະ ຜູ້ຊົມ ອຶ້ງ!!! ຮ້ອງ ວ້າວວວ ໄປຕາມໆກັນ ເພາະການສະແດງຄວາມສາມາດຂອງທັງສອງເປັນທີ່ໜ້າຕື່ນເຕັ້ນ ແລະ ໜ້າສົນໃຈເປັນທີ່ສຸດ, ສຳລັບການສະແດງຂອງ ໜຸ່ມ ແຫວງ ແລະ ສາວ ສິບ ຫຼື ທີມ “ມິດຕະພາບກັນເອງ”  ເຮັດເອົາກຳມະການ ໂດຍສະເພາະ ຕ້ອມ ຍຸດທະເລີດ ຜູ້ກຳກັບດັງ ເຖິງກັບເກືອບນໍ້າຕາໄຫຼໃຫ້ກັບໂຊໃນເທື່ອນີ້ ເພາະເປັນໂຊທີ່ບໍ່ຕ້ອງເວົ້າຫຍັງ ແຕ່ສາມາດສື່ອອກມາໄດ້ເຖິງຄວາມຮັກລະຫວ່າງໜຸ່ມສາວທີ່ຮັກກັນປານຈະກືນກິນ ເຮັດໃຫ້ຄະນະກຳມະການທັງ 4 ຄົນຍອມໃຫ້ 4 ຜ່ານໄປໄດ້ແບບບໍ່ລໍຊ້າ ເອີ້ນໄດ້ວ່ານອກຈາກການສະແດງທາງພາສາກາຍທີ່ດີແລ້ວ ທ່າທາງແລະຄວາມແຂງແຮງຂອງທັງສອງກໍ່ມີການເຝິກຝົນມາເປັນຢ່າງດີ. (ຂໍສະແດງຄວາມຍິນດີນຳຫຼາຍໆ)

ສຳລັບຈຸດເລີ່ມຕົ້ນທີ່ເຮັດໃຫ້ມີໂອກາດໄດ້ມາເປັນ ນັກກາຍະສິນ ໜຸ່ມ ແຫວງ ກໍ່ໄດ້ເປີດເຜີຍວ່າ ເລີ່ມມາຈາກພໍ່ກັບແມ່ເຮັດວຽກທີ່ກອງກາຍະສິນແຫ່ງຊາດລາວ ເຮັດໃຫ້ຕົນເລີ່ມມີໃຈມັກ ແລະ ຮັກທີ່ຈະເຝິກຝົນ ໂດຍເລີ່ມເຝິກມາຕັ້ງແຕ່ອາຍຸ 15 ປີ ຕໍ່ມາໄດ້ມາພົບເຈິກັບ ສາວ ສິບ ເພາະທາງກອງກາຍະສິນເຫັນວ່ານາງມີພອນສະຫວັນ ຈຶ່ງໄດ້ໄປຂໍອະນຸຍາດພໍ່ກັບແມ່ນາງ ເພື່ອໃຫ້ນາງໄດ້ໂຊຄວາມສາມາດ ຈົນຕໍ່ມາໄດ້ເປັນນັກສະແດງກາຍະສິນແຫ່ງຊາດລາວ ເຊິ່ງທັງສອງຮ່ວມງານກັນມາຕັ້ງແຕ່ຍັງເປັນເດັກນ້ອຍ ໄປສະແດງສະຖານທີ່ຕ່າງໆກໍ່ຕ້ອງໄປສະແດງຮ່ວມກັນ.

 

ສຳລັບການໄປສະແດງທີ່ປະເທດໄທໃນເທື່ອນີ້ແມ່ນເພື່ອຕ້ອງການຢາກມາສະແດງ ແລະ ໂຊທັກສະຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ ເຖິງຄວາມສາມາດຂອງຄົນລາວ.

ເຫັນສະແດງໄດ້ຄ້າຍຄືກັບຄູ່ຮັກກັນແບບນີ້ ແຕ່ເພິ່ນກໍ່ໄດ້ອອກມາບອກແລ້ວເດີ້ວ່າ ບໍ່ແມ່ຄູ່ຮັກກັນແຕ່ຢ່າງໄດ ເປັນພຽງເພື່ອນຮ່ວມງານກັນເທົ່ານັ້ນ, ຢ່າງໃດກໍ່ຢ່າລືມເຊຍ ແລະ ໃຫ້ກຳລັງໃຈທັງສອງໃນຮອບຕໍ່ໆໄປ #ແຊຣໄປໃຫ້ໂລກຮູ້ ??

ທີ່ມາ: Thailand’s Got Talent

ແບ່ງປັນ