Breaking News

ຂ່າວດີຕ້ອງແຊຣ! ຄັ້ງປະຫວັດສາດ ເຍົາວະຊົນລາວ ຄວ້າຫຼຽນຄຳລະດັບໂລກທີ່ປະເທດຍີ່ປຸ່ນ!!!

ແບ່ງປັນ

ຂ່າວດີຕ້ອງແຊຣ! ຫຼຽນຄໍາລະດັບໂລກຂອງ ສປປ ລາວ!! ?

ນັບເປັນຄັ້ງປະຫວັດສາດເທື່ອທຳອິດທີ່ເຍົາວະຊົນລາວ ນ້ອງ ສຸກສະຫວັນ ມະນີວົງ ຕົວແທນຈາກປະເທດລາວ ສາມາດຄວ້າ ຫຼຽນຄຳ ຈາກໂຄງການ Toyota Dream Car Art Contest 2018 ທີ່ປະເທດຍີ່ປຸ່ນ. (ເກັ່ງຫຼາຍໆ! ຂໍສະແດງຄວາມຍິນດີ)

ສຳລັບການແຂ່ງຂັນ ຈາກໂຄງການແຕ້ມຮູບ  Toyota Dream Car Art Contest 2018  ເຊິ່ງ ນ້ອງ ສຸກສະຫວັນ ມະນີວົງໄຊ ໂຮງຮຽນ ມັດທະຍົມເພຍວັດ ຕົວແທນຈາກ ສປປ ລາວ ທີ່ໄດ້ສ້າງຊື່ສຽງໃຫ້ແກ່ປະເທດ ໂດຍການຄວ້າຫຼຽນຄໍາຈາກໂຄງການແຕ້ມຮູບ “ລົດໃນຝັນຂອງຂ້ອຍ” ຈາກຮຸ່ນອາຍຸ 12-15 ປີ ເຊິ່ງງານປະກາດຜົນລາງວັນໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2018 ທີ່ Mega Web, Toyota City Showcase ປະເທດຍີ່ປຸ່ນ.

ຜົນງານຂອງນ້ອງຖືກຄັດເລືອກຈາກທັງໝົດກວ່າ 650,000 ຜົນງານ ຈາກ 76 ປະເທດທົ່ວໂລກ ເຊິ່ງຜົນງານທີ່ເຮັດໃຫ້ຄວ້າຫຼຽນຄຳມາໄດ້ໃນເທື່ອນີ້ເປັນຮູບພາບທີ່ເຕັມໄປດ້ວຍແຮງບັນດານໃຈ ຈິນຕະນາການ ແລະ ສື່ດ້ວຍຄວາມໝາຍມີຊື່ວ່າ:  “ລົດສະຖາປັດຕະຍະກໍາ ແລະ ປະຫວັດສາດ”

ຢ່າງໃດ ຂວັນໃຈ ແລະ ພໍ່ແມ່ພີ່ນ້ອງຊາວລາວ ກໍ່ຂໍຊົມເຊີຍ ແລະ ສະແດງຄວາມຍິນດີຫຼາຍໆກັບເຍົາວະຊົນລາວຄົນເກັ່ງ #ຢ່າລືມແຊຣໄປໃຫ້ໂລກຮູ້

ທີ່ມາ: Toyota Laos

ແບ່ງປັນ