Breaking News

ທ່ອງທ່ຽວ ໂອກິນາວ່າ 5 ອັນດັບ! ສຸດຍອດຫາດຊາຍຍີ່ປຸ່ນປະຈໍາປີ 2018

ແບ່ງປັນ

ຖ້າໃຫ້ແຜນໄປທ່ຽວຍີ່ປຸ່ນ ຫຼາຍຄົນກໍຄົງເລືອກທີ່ຈະໄປເບິ່ງດອກສະກຸລະບານ ຫຼື ໄປປັ້ນຫິມະທີ່ ຮ໊ອກໄກໂດ ມີໜ້ອຍຄົນທີ່ຢາກຈະໄປທະເລຍີ່ປຸ່ນ ແຕ່ມື້ນີ້ຂວັນໃຈ ຈະມາພາໄປພົບກັບທະເລງາມໆ ແລະ ຫາດຊາຍຂາວໆທີ່ຕິດທ໊ອບ 5 ຂອງສຸດຍອດຫາດຊາຍຍີ່ປຸ່ນ ປະຈໍາປີ 2018 ໄປເບິ່ງກັນເລີຍ…

1. Furuzamami Beach ຫາດຊາຍຟູຣຸຊາມານິ ເກາະເຄົາມະ ຫາດຊາຍຟູຣຸຊາມານິ ຖືກຈັດອັນດັບໃຫ້ໄດ້ຮັບ 2 ດາວຈາກມິເຊລລີນກລີນໄກ້ ຍ້ອນມີຫາດຊາຍສີຂາວທີ່ຍາວຢຽດກວ່າ 1 ກິໂລແມັດ ແລະ ນໍ້າທະເລທີ່ໃສເບິ່ງເຫັນຜືນຊາຍຂາວໃຕ້ທະເລ ເຕັມໄປດ້ວຍຝູງປາ ລອຍອ້ອມປະກາລັງຈໍານວນຫຼາຍ.

2. Yonaha Maehama Beach ຫາດຊາຍໂຍນາຮະ ມາເອຮາມະ ເກາະມິຍາໂກະ ຫາດຊາຍໂຍນາຮະ ຈັດວ່າເປັນຫາດຊາຍທີ່ດີທີ່ສຸດຂອງຍີ່ປຸ່ນ ທີ່ມີຄວາມຍາວ 7 ກິໂລແມັດ ເໝາະແກ່ການລອຍນໍ້າ ແລະ ຫຼິ້ນກິລາທາງນໍ້າຕ່າງໆ ນອກຈາກນີ້ຍັງເປັນຈຸດຊົມຕາເວັນຕົກທີ່ງາມຫຼາຍນໍາອີກ

3. Nishihama Beach ຫາດຊາຍ ນິຊິຮາມິ ເກາະຮາເທຣຸມະ ຫາຍຊາດນິຊິນາມິ ມີນໍ້າທະເລທີ່ໃສສະອາດ ຈົນເບິ່ງເຫັນພື້ນນໍ້າທະເລສີນໍ້າເງິນແວວວາວ ລວມໄປເຖິງຝູງທີ່ລອຍຫຼິ້ນໄປມາ ແລະ ປະກາລັງທີ່ອຸດົມສົມບູນ ໃນຕອນກາງເວັນເມື່ອຕ້ອງແສງແດດກໍມີແສງຍິບຍັບ ຍາມຕາເວັນຕົກດິນຫຼັບຂອບຟ້າ ສາດແສງສີທອງກະທົບທ້ອງທະເລກໍແຫ່ງງາມແບບທະວີຄູນ

4. Sunayama Beach ຫາດຊາຍຊູນາຍາມະ ເກາະມິຍາໂກະ ຫາດຊາຍຊູນາຍາມະ ກາຍເປັນປາຍທາງຍອດນິຍົມໃນກຸ່ມຄົນທ້ອງຖີ່ນ ແລະ ນັກທ່ອງທ່ຽວ ທະເລສີນໍ້າເງິນ, ຊາຍສີຂາວບໍລິສຸດ ແລະ ຫີນຮູູບໂຄ້ງ ເຮັດໃຫ້ເກີດການຫຼິ້ນຂອງແສງ ແລະ ເງົາ ເອີ້ນໄດ້ວ່າເປັນຜົນງານສີລະປະຕາມທໍາມະຊາດ

5. Aka Beach ຫາດຊາຍອາຄະ ເກາະຊານາມິ (ໝູ່ເກາະຄາຣາເມະ) ຫາດຊາຍອາຄະ ໜຶ່ງໃນຫາດຊາຍຂາວເທິງເກາະຊານາມິ ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະນ້ອຍໆ ທີ່ຊື່ວ່າຄາຣາເມະ ພື້ນທີ່ສ່ວນໃຫຍ່ລ້ວນເຕັມໄປດ້ວຍປ່າໄມ້ສີຂຽວ ແລະ ມີໜ້າຜາສູງ ທີ່ພິເສດໄປກວ່ານັ້ນຄື ມີທະເລກວ້າງສີຟ້າໃສ ລວມໄປເຖິງແນວປະກາລັງອັນງົດງາມ.

ທີ່ມາ: MTHAI

ແບ່ງປັນ