Breaking News

ກຽມລຸ້ນ! ຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ຈະອອກໄວໆນີ້)

ແບ່ງປັນ

ເຊື່ອວ່າໝູ່ເພື່ອນທຸກຄົນຄົງກຳລັງໃຈຈົດໃຈຈໍ່ ລໍຖ້າລຸ້ນ ຖ້າເບິ່ງຜົນການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງຜົນຂອງການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນທ້າຍເດືອນກັນຍາ ທີ່ຈະມາເຖິງນີ້.

ສໍາລັບການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້, ທາງມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງເປັນເວລາ 1 ວັນ ແລະໄດ້ແບ່ງອອກເປັນ 03 ສາຍ ຄື ສາຍ A, B ແລະ C ຕາມຊັດສ່ວນການເລືອກໝາຍຂອງຜູ້ມາລົງທະບຽນສະໝັກສອບເສັງ ແລະໄດ້ແບ່ງອອກເປັນຫຼາຍສູນການສອບເສັງ ຄື: ສູນວິທະຍາເຂດດົງໂດກ, ສູນໂສກປ່າຫຼວງ, ໂຮງຮຽນມິດຕະພາບວຽງຈັນ-ໂຮ່ຈິມິນ, ມສ ໜອງບອນ, ມສ ຕານມີໄຊ ແລະ ມສ ວຽງຈັນ; ເຊິ່ງສູນບັນຊາການຫຼັກແມ່ນສູນ ວິທະຍາເຂດດົງໂດກ.

ມີຜູ້ສະໝັກລົງທະບຽນສອບເສັງທັງໝົດ 18 ພັນກວ່າຄົນ, ມີໜ້າສອບເສັງຕົວຈິງ ລວມທັງ 03 ສາຍ A, B ແລະສາຍC ແມ່ນ 14,490 ຄົນ, ມີ 620 ຫ້ອງສອບເສັງ, ມີ ກໍາມະການຍາມຫ້ອງສອບເສັງ 1,319 ທ່ານ; ທັງນີ້ກໍເພື່ອຮັບປະກັນຄຸນນະພາບຂອງການສອບເສັງໃຫ້ໄດ້ຕາມລະດັບ.

ທີ່ມາ: ຂ່າວສານ ມຊ NUoL News

ແບ່ງປັນ