Breaking News

Nia Imani ຄວ້າມົງກຸດ Miss America 2019  ໂດຍບໍ່ຕ້ອງໃສ່ຊຸດລອຍນໍ້າ!!!!

ແບ່ງປັນ

ການປະກວດນາງງາມ ຫຼາຍເວທີ ຫຼາຍປະເທດຄົງຈະຮູ້ກັນດີແລ້ວວ່າ ການປະກວດຊຸດລອຍນໍ້າ ຖືເປັນອີກໜຶ່ງໄຮໄລ້ສຳຄັນຂອງການປະກວດນາງງາມ ແຕ່ໃນປິນີ້ ການປະກວດໃນເວທີ ມິສອາເມຣິກາ 2019  (Miss America)  ໄດ້ຍົກເລີກການປະກວດໃນຊຸດລອຍນໍ້າ ຖືເປັນການປ່ຽນແປງຄັ້ງຍິ່ງໃຫ່ຍຂອງການປະກວດທີ່ມີອາຍຸກວ່າ 98 ປີ ເຊິ່ງສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍຄື Nia Imani Franklin ສາວງາມຈາດຣັດ ນິວຍອກ ຈົບການສຶກສາປະລິນຍາໂທດ້ານດົນຕີ ຈາກ UNC School oh the Arts ມີດີກຼີເປັນນັກໂອເປຣ່າ ແລະ ຮັກໃນສຽງດົນຕີ ມີຄວາມສາມາດໃນດ້ານການແຕ່ເພງຄັ້ງທຳອິດໃນຕອນອາຍຸ 6 ປີ ເຊິ່ງປັດຈຸບັນນາງງາມຄົນນີ້ແຕ່ງເພງມາແລ້ວ 100 ກວ່າເພງ.

ແຟນໆບາງທ່ານຄົງກຳລັງງົງໆລະຫວ່າງເວທີ Miss America  ແລະ Miss USA ເຊິ່ງສຳລັບການປະກວດເວທີ ມິສອາເມລິກາ  (Miss America) ຈະບໍ່ໄດ້ສົ່ງສາວງາມໄປປະກວດທາງໃດຕໍ່ ແຕ່ຈະເນັ້ນເລື່ອງການເຮັດກິດຈະກຳຕ່າງໆພາຍໃນປະເທດ ເຊິ່ງຖືເປັນປີທຳອິດ ທີ່ຍົກເລີກການປະກວດຮອບຊຸດລອຍນໍ້າ ພ້ອມກັບຊຸດລາຕີ ແລະ ຈະໃຊ້ຊ່ວງເວລານັ້ນເປັນຊ່ວງເວລາຕອບຄຳຖາມ ທົດສອບທັດສະນະຄະຕິຂອງຜູ້ເຂົ້າປະກວດ ລວມເຖິງໂອ້ລົມປະເດັນທາງສັງຄົມຕ່າງໆທີ່ເກີດຂຶ້ນ ເພື່ອເຟັ້ນຫາແມ່ຍິງທີ່ສະຫຼາດ ມີພິບໄຫວ ມີທັກສະຄວາມສາມາດ ເປັນຕົວຂອງຕົວເອງ ໂດຍບໍ່ເບິ່ງໃນເລື່ອງຂອງຮູບຮ່າງ ໜ້າຕາ ສີຜິວ ແລະ ເຊື້ອຊາດ.

ສ່ວນການປະກວດ ມິສຍູເອສເອ  (Miss USA) ເປັນການປະກວດທີ່ຈັດຂຶ້ນໂດຍອົງກອນ Miss Universe ຜູ້ທີ່ໄດ້ຕຳແໜ່ງຈະໄດ້ເປັນຕົວແທນສາວງາມ ເພື່ອປະກວດໃນເວທີລະດັບໂລກ ນັ້ນກໍ່ຄື Miss Universe  ນັ່ນເອງ.

ທີ່ມາ: https://women.mthai.com/scoop/beauty-pageant/368933.html

ຮູບພາບ: Miss America Organization

ແບ່ງປັນ