Breaking News

ສື່ດັງໄທໃຫ້ຄວາມສົນໃຈສຳພາດນັກຮ້ອງລາວວົງ GB2

ແບ່ງປັນ

ກ້າວໄປອີກໜຶ່ງຂັ້ນກັບວົງການບັນເທິງບ້ານເຮົາ ຫຼ້າສຸດກໍ່ມີໜຸ່ມໆບອຍແບຣນລາວ  ຈາກວົງ GB2 ບໍ່ວ່າຈະເປັນ ອາເລັກ, ເລັນ, ເປີ້ນ, ອ໋ອດ  ແລະ ຍັງມີ ໜຸ່ມ ສັນຕິ ສັນຕິກອນ ພິທີກອນ ທີ່ໄດ້ເດີນສາຍໃຫ້ສຳພາດສື່ດັງຂອງປະເທດໄທຫຼາຍສື່ໃນຄັ້ງນີ້ດ້ວຍ.

ສຳຫຼັບ ການເດີນທາງໄປຮ່ວມໃຫ້ສຳພາດໃນເທື່ອນີ້ແມ່ນເດີນສາຍໄປສຳພາດກັບສື່ດັງໆຂອງປະເທດເພື່ອນບ້ານຫຼາຍຕໍ່ໆສື່.

ວ້າວ…ເຫັນແບບນີກໍ່ດີໃຈກັບສິລະປິນລາວ ນັກຮ້ອງລາວຂອງເຮົາ ທີ່ຈະໄດ້ມີແຟນໆຈາກຕ່າງຊາດ ແລະ ເປັນການສື່ເຖິງວ່າຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນ.

ຮູບພາບ: GB2 Boyband Laos

ແບ່ງປັນ