Breaking News

ເລີ່ມແລ້ວ! Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ!!!

ແບ່ງປັນ

“Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ”

ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ Miss Tourism Queen Laos 2018 (ທູດວັດທະນະທຳ ການທ່ອງທ່ຽວ) ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 14 ກັນຍາ 2018 ເຊິ່ງມີທັງພາກພັກລັດ ເອກະຊົນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຂໍບອກໄວ້ເລີຍວ່າເວທີນີ້ຮູ້ສຶກແຕກຕ່າງໄປຈາກເວທີອື່ນໆ

ໂດຍໂຄງການປະກວດຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ ເຊິ່ງຕ້ອງເຮັດພາລະກິດ ປະສານງານສື່ສານ ໃນການປະຊາສຳພັນ ໂດຍໂຄສະນາກິດຈະກຳຕ່າງໆເຊັ່ນ: ການໂຄສະນາປະເພນີ ວັດທະນະທຳ ກັບເທສະການທ່ອງທ່ຽວຕ່າງໆ ຂອງ ສປປ.ລາວ ໂດຍຮ່ວມມືກັບທາງພາກລັດ ແລະ ເອກະຊົນທັງພາບໃນ ແລະ ຕ່າງປະເທດ

ແລະ ໃນວັນທີ 5 ຕຸລາ 2018 ທາງໂຄງການກໍ່ຈະເປີດຕົວນາງງາມ ທູດວັດທະນະທຳທ່ອງທ່ຽວ ປະຈຳແຂວງ ພ້ອມພິທິມອບຕຳແໜ່ງສາຍສະພາຍນາງງາມວັດທະນາທຳ ການທ່ອງທ່ຽວປະຈຳແຂວງ ແລະ ການເປີດໂຕນາງນາງໃນຮອບ Preliminary  ໃນຊຸດປະຈຳແຂວງ ແລະ ເດືອນຕຸລາທາງໂຄງການ ມີກິດຈະກຳເຝິກຝົນນາງງາມໃນຮູບແບບ Queen of Laos ຈະຖ່າຍທອດໃນຮູບແບບເປັນລາຍການ ລຽວລິຕີ້ ແລະ ຍັງຈະໄດ້ເປີດໃຫ້ປະຊາຊົນມີສ່ວນຮ່ວມໃນການໂຫວດໃຫ້ຄະແນນນາງງາມໃນແຕ່ລະພາລະກິດ ພ້ອມທັງການໂຫວດນາງງາມ ຂວັນໃຈປະຊາຊົນ Popular Vote.

ສຳລັບ ການປະກວດ Miss Tourism Queen Laos 2018 ໄດ້ກຳນົດຈັດການປະກວດໃນຮອບຕັດສິນ ໃນໄລຍະເທສະການບຸນນະມັດສະການພະທາດຫຼວງ ໃນວັນສຸກ ວັນທີ 23 ພະຈິກ 2018.

ສາມາດຕິດຕາມຂ່າວ ກິດຈະກຳໂຄງການຳໄດ້ທາງ Facebook PageMiss Tourism Queen Laos

ແບ່ງປັນ