Breaking News

ງົດງາມ! ໄດ້ແລ້ວ Miss Laos World 2018 (ຈະໄດ້ເປັນຕົວແທນໄປປະກວດໃນເວທີສາກົນ)

ແບ່ງປັນ

Hello…ມາທັກທາຍສະບາຍດີແຟນໆກັບວັນຈັນຕົ້ນອາທິດ ມື້ເຮັດວຽກ ມື້ເຂົ້າຮຽນຂອງບັນດາແຟນໆ ເຖິງຈະເປັນວັນຈັນແບບນີ້ກໍ່ບໍ່ຕ້ອງຊີຣຽດໄປ ເຮັດໃຈໃຫ້ສະບາຍມີຄວາມສຸກໄປກັບສິ່ງທີ່ເຮົາເຮັດ ແລະ ມາບັນເທີງກັບເລື່ອງທີ່ ຊະນີIndy ຈະມາເລົ່າໃຫ້ຟັງກັນດີກວ່າ ເອົາເປັນວ່າຄ້ານເວົ້າຍາວ…ເລີ່ມກັນເລີຍດີກວ່າ!!!

ຊ່ວງນີ້ ປະເທດລາວ ເຮົາເຕັມໄປດ້ວຍເວທີການປະກວດ ແລະ ໃນວັນທີ 15 ກັນຍາ 2018 ທີ່ຜ່ານມາ ກໍ່ໄດ້ມີການປະກວດນາງງາມໃນເວທີ Miss Laos World 2018 ແລະ ເຊື່ອວ່າແຟນໆບາງທ່ານກໍ່ອາດຈະຮູ້ກັນແດ່ແລ້ວວ່າສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍ່ຄືໝາຍເລກ W8 ນ້ອງ ກະດຸມເພັດ ໄຊຍະວົງ (ຕິກນໍ້າ) ໄດ້ເປັນ Miss Laos World ປະຈຳປີ 2018.

ແຕ່ໃນເວທີ Miss Laos World 2018 ໄດ້ມີການແຕ່ງຕັ້ງໃຫ້ບັນດາຮອງອັນດັບເປັນອີກຫຼາຍໆ Miss ເພື່ອຈະໄດ້ໄປເປັນຕົວແທນສາວງາມປະເທດລາວໄປປະກວດໃນເວທີສາກົນຕໍ່ໄປ…

ສັນທະນີ ໄຊມະນີວັນ Miss Supranational Laos 2018

ແສງສະຫວັນ ສີຫາລາດ Miss Tourism Queen of the Year Laos 2018

ສຸນິຕາ ໄຊຊະນະ Miss Tourism Laos 2018 

3rd Runner Up Miss Laos World 2018 

ໂອ້ຍຍຍຍ!!! ເຫັນສາວລາວເຮົາແລ້ວ ງົດງາມ ບໍ່ແພ້ຊາດໃດໃນໂລກເລີຍວ່າບໍ່ແຟນໆ…

ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວ

ຮູບພາບ: Miss Laos World ມີສລາວ ເວີຣ

ແບ່ງປັນ