Breaking News

ເຈນນີ່ ຕົ້ນຄຳ ອຳລາຕຳແໜ່ງ Miss world laos 2017 ຢ່າງສະຫງ່າງາມ!!!

ແບ່ງປັນ

ປີໜຶ່ງຜ່ານໄປຊ່າງເປັນຫຍັງທີ່ໄວເຫຼືອເກີນ ໂບກມືບ່າຍໆອຳລາຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວສຳລັບ ເຈນນີ່  ຕົ້ນຄຳ ພົນຈັນເຮືອງ Miss world laos 2017 ຂວັນໃຈອີກຄົນໜຶ່ງຂອງພໍ່ແມ່ພີ່ນ້ອງປະຊາຊົນລາວ ເຊິ່ງໃນຄໍ່າຄືນຂອງວັນທີ 15 ກັນຍາ 2018 ທີ່ຜ່ານມາກໍໄດ້ມີການຈັດງານປະກວດ Miss world laos 2018 ແລະ ເຮົາກໍໄດ້ Miss Laos World 2018 ຄົນໃໝ່ ນ້ອງ ຕິກນໍ້າ ກະດຸມເພັດ ທີ່ຈະມາເຮັດໜ້າທີ່ປະຕິບັດພາລະກິດຕໍ່ໄປ ແລະ ໃນເວທີດັ່ງກ່າວ  ເຈນນີ່  ຕົ້ນຄຳ ກໍໄດ້ຂໍອຳລາຕຳແໜ່ງໄປດ້ວຍຄວາມສະຫງ່າງາມ.

ເຫັນແລ້ວມີຄວາມສະຫງ່າງາມຫຼາຍໆ…ຢ່າງໃດກໍ່ຝາກເປັນກຳລັງໃຈໃຫ້ ເຈນນີ່  ຕົ້ນຄຳ ພົນຈັນເຮືອງ Miss world laos 2017 ເຮົາຕໍ່ໄປແດ່ເດີ້ແຟນໆ!!!

ໝາຍເຫດ: ແຕ່ກ່ອນເພິ່ນໃສ່ວ່າ Miss world laos ຕໍ່ມາໃນປີນີ້ທາງກອງປະກວດເພິ່ນກໍ່ໄດ້ປ່ຽນເປັນ Miss Laos World ນັ້ນເອງ.

ຮູບພາບຈາກ: FB/Tonkham Phonchanheuang, Lucho Von X Factor, Sith Make Up

 

ແບ່ງປັນ