Breaking News

ອະລັງການ! ມາສ່ອງຊຸດປະຈຳຊາດຂອງ Miss Universe Thailand 2018  

ແບ່ງປັນ

ຈະພາແຟນໆມາສ່ອງ ຊຸດປະຈຳຊາດຂອງ ນິ້ງ ໂສພິດາ Miss Universe Thailand 2018 ທີ່ຫຼ້າສຸດທາງກອງປະກວດກໍ່ໄດ້ເປີດເຜີຍຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດທີ່ໃນປີນີ້ ເຊິ່ງເປັນປີທີ່ພິເສດເພາະ ປະເທດໄທ ຈະໄດ້ເປັນເຈົ້າພາບຈັດການປະກວດ ນາງງາມຈັກກະວານ (Miss Universe 2018) ອີກດ້ວຍ.

ເຊິ່ງແຕ່ລະປີ ປະເທດໄທ ເພິ່ນກໍ່ຖືໄດ້ວ່າ ຊຸດປະຈຳຊາດຂອງ Miss Universe Thailand ໃນແຕ່ລະປີກໍ່ຈະມີຄວາມອະລັງການບໍ່ແພ້ປະເທດອື່ນໃນໂລກ ແລະ ໃນປີນີ້ກໍ່ເຊັ່ນກັນ ເຊິ່ງໄດ້ມີການຈັດການປະກວດໃຫ້ນັກອອກແບບທົ່ວປະເທດໄດ້ອອກແບບ ແລະ ຊຸດທີ່ເອົາຊະນະໃຈກຳມະການກໍ່ຄືຊຸດ (Chang The Icon of Siam) ເຊິ່ງມີແຮງບັນດານໃຈມາຈາກ ຊ້າງ ຈຶ່ງໄດ້ອອກແບບ ແລະ ຄິດສ້າງສັນມາເປັນຊຸດປະຈຳຊາດໃນຮູບແບບທີ່ຮ່ວມສະໄໝ ແຕ່ບໍ່ຖິ້ມເອກະລັກໄທ

ຊຸດດັ່ງກ່າວສື່ໃຫ້ເຫັນເຖິງຄວາມເຂັ້ມແຂງ ງົດງາມ ອ່ອນຫວານ ແລະ ທັນສະໄໝ ການອອກແບບຈຶ່ງນຳໂຄງສ້າງຊ້າງມາເປັນອົງປະກອບຫຼັກໃນການສ້າງຊຸດຊ້າງຄູ່ແຜ່ນດິນ ໂດຍປະສົມປະສານລະຫວ່າງຄວາມເປັນໄທ ແລະ ສາກົນເຂົ້າໃສ່ກັນ ໃນຊຸດມີການເກັບລາຍລະອຽດໂດຍການປັກລາຍໄທແບບ 2ມິຕິ.

ເຊິ່ງການຄັດເລືອກຜູ້ຊະນະເລີດຊຸດປະຈຳຊາດຂອງ ພິດາ Miss Universe Thailand 2018  ໃນຄັ້ງນີ້ ນິ້ງ ໂສພິດາ ຍັງໄດ້ຮ່ວມເປັນໜຶ່ງໃນຄະນະກຳມະການຮ່ວມຕັດສິນອີກດ້ວຍ.

ນິ້ງ ໂສພິດາ (Miss Universe Thailand 2018)  ແລະ ທີ ຜາສຸກ (The winner of national costume design is ‘Chang the Icon of Siam)

ທີ່ມາ: FB/ Miss Universe Thailand

ແບ່ງປັນ