Breaking News

ແຮງງານຕ່າງດ້າວເຂົ້າມາຍາດອາຊີບຄົນລາວແທ້ບໍ?

ແບ່ງປັນ

ໃນຜ່ານມາ, ສຽງຈົ່ມ ວ່າຈາກສັງຄົມແມ່ນບໍ່ໜ້ອຍຕໍ່ ຄວາມເຂົ້າໃຈຂອງເຂົາວ່າ: ເປັນຫຍັງແຮງງານຕ່າງດ້າວຈຶ່ງ ເຂົ້າມາຍາດອາຊີບຄົນລາວ ເຮົາຫຼາຍແທ້? ເພາະຫຼຽວໄປ ທາງ ໃດກໍເຫັນແຕ່ຊາວຕ່າງ ດ້າວມາເລາະເຮັດວຽກ, ທໍາມາ ຄ້າຂາຍຢູ່ທົ່ວທຸກບ່ອນນັບແຕ່ ຊ່າງຕັດຫຍິບໄປຈົນຮອດຊ່າງ ເຮັດເຮືອນ, ກໍ່ສ້າງອາຄານ, ການລົງທຶນຂຸດຄົ້ນບໍ່ແຮ່, ເຮັດເຂື່ອນໄຟຟ້າ, ຊຸບເປີ້ມາເກັດ ຂະໜາດໃຫຍ່ໆ ແລະ ອື່ນໆ ເຊິ່ງທັງໝົດເຫຼົ່ານີ້ ລ້ວນແລ້ວ ແຕ່ເປັນອາຊີບທີ່ມີບາງຢ່າງ ຄົນລາວເຮົາບໍ່ຢາກສົນໃຈພໍ ເທົ່າໃດ ໂດຍອ້າງເຫດຜົນຕ່າງໆ ນາໆ, ກໍດັ່ງຄໍາວ່າ: ຢ້ານແຮງ ງານຕ່າງດ້າວເຂົ້າມາຍາດວຽກເຮັດງານທໍາ, ແຕ່ໃນຕົວຈິງມັນ ບໍ່ແມ່ນແນວນັ້ນ, ແມ່ນຍ້ອນ ກະໂຕເຮົາເອງຂາດຄວາມດຸໝັ່ນ, ຄວາມອົດທົນພະຍາຍາມ ໃນການຮຽນຮູ້ວິຊາຊີບ ຕ່າງໆນໍາມາພັດທະນາຕົນເອງເຊັ່ນ: ຊ່າງຕັດຜົມ, ຊ່າງຈອດຢາງລົດ ແລະ ຫຼາຍວຽກ ໂດຍງ່າຍກວ່ານີ້ກໍຍັງເຮັດບໍ່ໄດ້, ຖ້າວຽກໃຫຍ່ກວ່ານັ້ນ, ດັ່ງການສ້າງຖະໜົນຫົນທາງ, ໂຮງຈັກໂຮງງານ, ຕຶກອາຄານ ລະດັບໃຫຍ່ຕ່າງໆ ຖ້າບໍ່ມີແຮງ ງານຕ່າງປະເທດແລ້ວກໍຈະມີບັນຫາ.

ດັ່ງນັ້ນ, ເຮົາຄວນເຂົ້າໃຈວ່າ, ການເຂົ້າມາເຮັດວຽກຂອງຄົນຕ່າງຊາດກໍຈະເປັນໂອກາດທີ່ດີເພື່ອພວກເຮົາຈະໄດ້ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີຕ່າງໆຂອງເຂົາເຈົ້າ. ຜ່ານມາບົດຮຽນໄດ້ເຍືອງໃຫ້ເຫັນແລ້ວທີ່ຫຼາຍໂຄງການທີ່ຄົນລາວເປັນເຈົ້າຂອງ, ແຕ່ເຂົາເຈົ້າກໍບໍ່ເລືອກເອົາແຮງງານລາວ ແລະ ຊ່າງລາວມາເຮັດ.

ນີ້ກໍຍ້ອນບັນຫາຄວາມອາດສາມາດ ແລະ ສີມືແຮງງານເຮົາຍັງບໍ່ທັນເກັ່ງ, ຍັງຂາດຄວາມຮັບຜິດຊອບ, ເຮັດວຽກສອງ-ສາມມື້ກໍຂໍເງິນ ເບ້ຍລ້ຽງແລ້ວ ແລະ ມື້ຕໍ່ມາກໍ ບໍ່ເຫັນມາວຽກມາການຍ້ອນເມົາຄ້າງ, ເຮັດວຽກບໍ່ເປັນປົກກະຕິຢາກມາຍາມໃດກໍມາແຖມເຮັດວຽກຂາດຄຸນນະພາບ, ນີ້ຄືຄວາມຈິງ. ແຕ່ຄຽງຄູ່ກັນນັ້ນ, ກໍມີຈໍານວນໜຶ່ງທີ່ເຮັດໄດ້ດີ, ຖ້າເຂົາເຈົ້າໄດ້ຮັບການຍົກລະດັບດ້ານວິຊາການ.

ດັ່ງນັ້ນ, ຈຶ່ງຮູ້ວ່າການເອົາ ໃຈໃສ່ສຶກສາຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາຊີບຕ່າງໆມັນມີຄວາມສໍາຄັນຍິ່ງ ເພື່ອເຂົາເຈົ້າເຫຼົ່ານັ້ນຈະເປັນຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ ນັບມື້ເຕີບໃຫຍ່ເຂັ້ມແຂງ.

ທີ່ມາ: Support Prime Minister Thongloun Sisoulith , #ລາວພັດທະນາ 

ແບ່ງປັນ