ໃນວັນ 12 ມັງກອນ 2017 ເວລາ 14: 00 ທີ່ ໂຮງແຮມ ຣັດສະໝີ ພລາຊາ ນະຄອນຫຼວງວຽງຈັນ ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2017 ປີທີ 5. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສູນທອນ ສິລິສັກ ປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ, ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 23 ມັງກອນ-10 ກຸມພາ 2017 ແລະ ການແຂ່ງຂັນ ຈະຈັດຂຶ້ນໃນວັນທີ 18 ກຸມພາ 2017 ທີ່ສະໜາມກ໊ອຟ ລອງວຽງ ກ໊ອຟຄລັບ ນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຫຼັກໂດຍ ເບຍຄາຣສະເບີກ ຮ່ວມສະໜັບສະໜູນໂດຍ ລາວຟອດ ຊີຕີ້ (Lao ford city),ແລນໂຣເວີ (Rand Rover),ຈາກົວ (Jaquar)F ມາເຈສຕີ (Majesty), Pepper stone, ໂຮງແຮມລັດສະໝີ ພລາຊາ (Rashmi’s Plaza hotel), ປັນຍາທິບ ໂຄສະນາ (Panyathip Advertising), ແລະ ສະໜາມກ໊ອຟລອງວຽນ (Longvien Golf Club).
ການແຂ່ງຂັນແບ່ງອອກເປັນ2ສາຍດັ່ງນີ້:
- Lao Challeng Division (ແຂ່ງຂັນໂດຍ ບໍ່ມີແຕ້ມຕໍ່) ມີ 5 ລາງວັນ ຜູ້ທີ່ມີຄະແນນສູງສຸດຈໍານວນ 5 ທ່ານຈະໄດ້ຮັບສິດເຂົ້າໃນການຄັດຕົວທີມຊາດ ສູ້ເສິກຊີເກມ ທີ່ປະເທດມາເລເຊຍ ໃນເດືອນສິງຫາ 2017.
- Lao Challeng Net Score Division (ແຂ່ງຂັນໂດຍມີແຕ້ມຕໍ່) ແຂ່ງຕາມລະບົບ Gallaway System ແຕ້ມຕໍ່ 36 ສາຍອາວຸໂສ, ສາຍ ກ, ສາຍ ຂ, ສາຍ ຄ.
ສ່ວນລາງວັນ
Lao Challeng Division (ບໍ່ມີແຕ້ມຕໍ່) ມີ 5 ລາງວັນ ເຊິ່ງລາງວັນຊະນະເລີດ ຜູ້ຊະນະຈະໄດ້ຮັບສິດເຂົ້າຄັດຕົວທີມຊາດ ສູ້ສຶກຊີເກມໃນມາເລເຊຍ. ນອກນັ້ນ; ຍັງມີລາງວັນພິເສດຄື: ລາງວັນຕີໄກ, ຕີໃກ້ ແລະ ລາງວັນ Hole In One ລູກກ໊ອຟທອງຄໍາມູນຄ່າ 100 ລ້ານກີບ ຈາກ Carlsberg ແລະ ຂອງລາງວັນອີກຫຼາຍຢ່າງຈາກຜູ້ສະໜັບສະໜູນ ລວມມູນຄ່າຂອງລາງວັນທັງໝົດ ຫຼາຍກວ່າ 800 ລ້ານກີບ.
ພິເສດ ສໍາລັບຜູ້ມາລົງທະບຽນ ແລະ ຊໍາລະເງິນ ພາຍໃນວັນທີ 23-27 ມັງກອນ 2017 ນີ້ ແມ່ນຈ່າຍຄ່າລົງທະບຽນພຽງແຕ່ 1.000.000 ກີບຕໍ່ທ່ານ ເທົ່ານັ້ນ ຈາກລາຄາເຕັມແມ່ນ 1.200.000 ກີບ.
ສາມາດສອບຖາມຂໍ້ມູນເພີ່ມ ໂທ: 021 216666 ຫຼື 020 55699917, 020 55505944