Breaking News

ອະລັງການ! ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ  ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.

ແບ່ງປັນ

Hello ແຟນໆທຸກໆຄົນເລີ່ມຕົ້ນເດືອນ ຕຸລາ ປະຈຳປີ 2018 ໃນວັນຈັນ ຕົ້ນອາທິດ ແນ່ນອນແຟນໆຫຼາຍໆຄົນກໍ່ຄົງຈະມີພາລະກິດໃນການເຮັດວຽກ ການຮຽນ ຕ່າງໆນາໆກໍ່ວ່າກັນໄປ ແຕ່ຢ່າໄປຊີຣຽດຫຼາຍເດີ້ ເຮັດໃຈໃຫ້ສະບາຍແລ້ວມາອັບເດດຂ່າວສານກັບ ຊະນີIndy ຈະດີກວ່າ, ໃນມື້ນີ້ຈະພາແຟນໆມາອັບເດດຂ່າວສານເລື່ອງລາວຂອງວົງການນາງງາມ ໃນເວທີ ມິສແກຣນ ທີ່ປະເທດລາວເຮົາກໍ່ບໍ່ດ້ອຍໜ້າ ກຽມສົ່ງ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ໄປເປັນຕົວແທນແຂ່ງຂັນເອົາມົງກຸດອັນຊົງກຽດທີ່ເວທີລະດັບໂລກ Miss Grand International 2018.

ນອກຈາກຈະມີສາວງາມຕົວແທນປະເທດລາວແລ້ວ ແນ່ນອນວ່າເຮົາກໍ່ຕ້ອງມີ ຊຸດທີ່ເປັນເອກະລັກຂອງປະເທດລາວໄປເຜີຍແຜ່ໃນເວລາດຽວກັນ ນັ້ນກໍ່ຄືຊຸດປະຈຳຊາດ ແລະ ຫຼ້າສຸດເພິ່ນກໍ່ໄດ້ເປີດເຜີຍມາແລ້ວວ່າຊຸດທີ່ສາວງາມຈະສວມໃສ່ໃນປີນີ້ກໍ່ຄື “ຊຸດນາງສັງຂານລາວ “ຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ.

ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ.
ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ ແລະ ສີຄຳ, ເຊິ່ງສີຂຽວແມ່ນມາຈາກສີສັນຂອງນົກຍູງ ແລະ ສີຄຳແມ່ນຈາກເຄື່ອງປະດັບທີ່ສັງຄົມລາວນິຍົມໃຊ້ແຕ່ງກາຍ ແລະ ປະດັບ. ແລະ ຈຸດປະສົງຂອງການດັດແປງຊຸດນີ້ແມ່ນລ້ວນແຕ່ເຮັດເພື່ອການໂຄສະນາ ແລະ ເຜີຍແຜ່ວັດທະນະທຳ ແລະ ບຸນປະເພນີອັນດີງາມ ໂດຍການປະສົມປະສານກັບງານສິລະປະແບບດັ້ງເດີມ ແລະ ທັນສະໄໝຜ່ານເຄື່ອງແຕ່ງກາຍຂອງສາວງາມໄດ້ຢ່າງລົງຕົວ, ເຊິ່ງຊຸດດັ່ງກ່າວອອກແບບໂດຍຊ່າງແຕ່ງໜ້າຊື່ດັງ Saykeo Make ແລະ ໃຊ້ເວລາຕັດ ເຖິງ 2ເດືອນ.

ເປັນແນວໃດກັນແດ່ ອະລັງການ ສົມກັບທີ່ ຊະນີIndy ໄດ້ກ່າວມາແຕ່ທຳອິດເລີຍແມ່ນບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??

Story: ຊະນີIndy

ທີ່ມາ: fb/Saykeo Make

ຮູບພາບ: Miss Grand International

ແບ່ງປັນ