Breaking News

ໄດ້ແລ້ວ! Miss Universe Colombia 2018 ອີກໜຶ່ງດາວເດັ່ນໃນເວທີ Miss Universe 2018

ແບ່ງປັນ

ເວົ້າເຖິງເລື່ອງນາງງາມ ປະເທດ ໂຄລຳເບຍ (Colombia) ກໍ່ເປັນອີກປະເທດໜຶ່ງທີ່ຂຶ້ນຊື່ສຸດໆ ແຖມຍັງເປັນອີກໜຶ່ງປະເທດທີ່ມີນາງງາມດາວເດັ່ນເຂົ້າຊິງທີ່ເວທີ Miss Universe ໃນທຸກໆປີ ເນື່ອງຈາກສາວງາມຈາກປະເທດ Colombia ມັກມີໂອກາດໄດ້ເຂົ້າຮອບເລິກໆມາຫຼາຍປີ ແລະ  ໃນປີ 2017 ທີ່ຜ່ານມາກໍ່ສາມາດເຂົ້າໄດ້ເຖິງຮອບ 5 ຄົນສຸດທ້າຍ.

ຫຼ້າສຸດ, ເມື່ອບໍ່ດົນມານີ້ທາງປະເທດໂຄລຳເບຍກໍ່ໄດ້ແຂ່ງຂັນ ພ້ອມກັບໄດ້ສາວງາມຜູ້ມີຄຸນນະສົມບັດຄົບຖ້ວນເພື່ອເປັນ Miss Universe Colombia 2018 ເປັນທີ່ຮຽບຮ້ອຍ ເຊິ່ງສາວງາມທີ່ຊະນະເລີດໃນປີນີ້ກໍ່ຄື Valeria Morales Delgado.

Valeria Morales Delgado Miss Universe Colombia 2018  ອາຍຸ 20 ປີ ລວງສູງ 173 ກຳລັງສຶກສາໃນສາຂາ Social Communication ທີ່ Broward College, ກ່ອນໜ້າໄດ້ຕຳແໜ່ງ Valeria ໄດ້ເປັນນາງແບບມືອາຊີບ ເຊິ່ງນາງສາມາດໂຊທັກສະໃນການຍ່າງເທິງເວທີ ໂດຍໃນຮອບຊຸດລອຍນໍ້າ ແລະ ຊຸດລາຕີນາງກໍ່ໄດ້ຄະແນນມາບໍ່ໜ້ອຍ ສ່ວນໃນຮອບຕອບຄຳຖາມ Valeria ກໍ່ຍັງສາມາດເອີ້ນສຽງເຊຍຈາກແຟນໆນາງງາມໄດ້ຢ່າງຫຼວງຫຼາຍ.

ແຖມ Valeria Morales Delgado Miss Universe Colombia 2018  ຄົນນີ້ ທົ່ວໂລກຍັງໃຫ້ຄວາມສົນໃຈ ແລະ ຍົກໃຫ້ເປັນອີກໜຶ່ງດາວເດັ່ນໃນເວທີ Miss Universe 2018 ທີ່ຈະຈັດຂຶ້ນໃນທ້າຍປີນີ້ອີກດ້ວຍ.

ທີ່ມາ: MTHAI/https://women.mthai.com/scoop/beauty-pageant/372566.html

ແບ່ງປັນ