Breaking News

ສິ່ງທີ່ເຮົາເບິ່ງຂ້າມ! ອາການ ເຈັບທ້ອງ ບອກພະຍາດ!!!

ແບ່ງປັນ

ອາການ ເຈັບທ້ອງ ເປັນອາການທີ່ພົບໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການປວດເຫຼົ່ານີ້ ເປັນຍ້ອນສາເຫດໃດ?

ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້:

  • ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ ແລະ ຖົງນໍ້າດີ ແລະ ມ້າມ
  • ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່
  • ປວດບໍລິເວນບັ້ນເອວຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ ໄຕ ແລະ ລຳໃສ້ໃຫ່ຍ
  • ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ
  • ເຈັບບໍລິເວນທ້ອງນ້ອຍຂວາ ເປັນຕຳແໜ່ງ ໃສ້ຕິ່ງ ທໍ່ໄຕ ແລະ ປີກມົດລູກ
  • ເຈັບບໍລິເວນທ້ອງນ້ອຍບ່ອນກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ
  • ປວດບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ

ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!!

  • ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ
  • ເຈັບຈົນກິນອາຫານບໍ່ໄດ້
  • ເຈັບທ້ອງ ແລະ ຮາກ ຫຼາຍກວ່າ 3-4ຄັ້ງ
  • ເຈັບທ້ອງຫຼາຍເມື່ອເວລາເຄື່ອນເໜັງຮ່າງກາຍ
  • ເຈັບທ້ອງທີ່ບໍລິເວນທ້ອງນ້ອຍເບື້ອງຂວາ
  • ເຈັບທ້ອງຮຸນແຮງຈົນນອນບໍ່ຫຼັບ
  • ເຈັບທ້ອງ ແລະມີເລືອດອອກບໍລິເວນຊ່ອງຄອດ
  • ເຈັບທ້ອງ ແລະ ມີອາການຫັນໃຈຝືດ ເໝື່ອຍ
  • ເຈັບທ້ອງບວກກັບມີອາການວິນຫົວ ປວດຮາກ ໜ້າມືດ ເປັນລົມ
  • ເຈັບທ້ອງຈົນຮູ້ສຶກປວດໄປຮອດຫຼັງ

ຈະເຫັນໄດ້ວ່າອາການເຈັບທ້ອງ ບໍ່ແມ່ນເລື່ອງນ້ອຍໆ ເຖິງແມ່ນວ່າຈະເຈັບໜ້ອຍດຽວ ກໍ່ບໍ່ຄວນລະເລີຍ ຕ້ອງຮູ້ຈັກໜັ່ນສັງເກດຮ່າງກາຍຂອງຕົວເອງສະເໝີ ຫາກເກີດອາການຜິດປົກກະຕິກໍ່ຄວນພົບແພດທັນທີ

ທີ່ມາ: https://health.mthai.com/howto/health-care/21064.html

ແບ່ງປັນ