Breaking News

ເຮັງ ເຮັງ ເຮັງ! ເປັນຂ່າວດັງ ໜຸ່ມລາວດວງເຮັງຖືກຫວຍທີ່ປະເທດໄທ 90ລ້ານບາດ!!! 

ແບ່ງປັນ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ ເປັນທີ່ຮືຮາ ແລະ ເປັນຂ່າວດັງ ຫຼ້າສຸດສື່ທຸກສຳນັກຂອງປະເທດເພື່ອນບ້ານ ໄດ້ອອກລາຍງານຂ່າວວ່າ ມີຜູ້ໂຊກດີຖືກຫວຍລາງວັນທີ 1 ທັງໝົດ 15 ໃບ ໃນງວດວັນທີ 1 ຕຸລາ 2018 ເປັນເງິນສູງເຖິງ 90 ລ້ານບາດ ເຊິ່ງຜູ້ໂຊກດີຄົນດັ່ງກ່າວເປັນປະຊາຊົນຈາກ ສປປ ລາວ.

ເຊິ່ງຈາກການເປີດເຜີຍຂອງເຈົ້າຂອງແຜງຂາຍຫວຍ ຢູ່ທີ່ ຈັງຫວັດ ອຸດອນທານີ ໄດ້ຍືນຍັນກັບທາງສື່ຫຼາຍສຳນັກຂອງປະເທດເພື່ອນບ້ານວ່າ “ຄົນທີ່ຖືກຫວຍລາງວັນທີ 1 ທັງໝົດ15 ໃບ ຕົກເງິນສູງເຖິງ 90ລ້ານບາດ ໃນງວດຂອງວັນທີ 1 ຕຸລາ 2018 ທີ່ຜ່ານມາໄດ້ມາຊື້ຫວຍທີ່ຮ້ານຂອງຕົນ ເຊິ່ງຜູ້ທີ່ໂຊກດີນັ້ນເປັນຜູ້ຊາຍຈາກ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ຂັບລົດເບນສຼມາຊື້ໃນຮ້ານຕົນໃນມື້ນັ້ນ ແລະ ກໍ່ເປັນຂາປະຈຳອີກດ້ວຍ, ໂດຍຜູ້ໂຊກດີຊາວລາວລາຍນີ້ໄດ້ຊື້ໄປຫຼາຍຊຸດ ໂດຍສະເພາະໝາຍເລກ 452643 ທີ່ເຂົາຊື້ໄປ 15 ໃບ ແລະ ຊື້ເລກຊຸດລາງວັນຂ້າງຄຽງຄື  452642 ແລະ  452644 ໄປອີກຊຸດລະ 15 ໃບ, ສ່ວນສາເຫດທີ່ຊາຍຜູ້ໂຊກດີໄດ້ເລືອກ 43 ໄປນັ້ນ ແມ່ນມັນໄດ້ຄ້າຍຄືກັບເລກທະບຽນລົດຂອງຜູ້ກ່ຽວ ແລະ ຫຼັງຈາກທີ່ຜູ້ໂຊກດີຄົນນັ້ນຮູ້ເຂົາກໍໄດ້ໂທມາບອກຕົນອີກດ້ວຍ”

(ມີຄລິບ)

ສຳລັບຜູ້ໂຊກດີຊາວລາວດັ່ງກ່າວແມ່ນບໍ່ຂໍເປີດເຜີຍ ແລະ ສະແດງຕົວແຕ່ຢ່າງໃດ (ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ ເຮັງ ເຮັງ ເຮັງ)

ທີ່ມາ: Thairath

ແບ່ງປັນ