Breaking News

ງົດງາມຫຼາຍ! ເດີນໂຊຊຸດປະຈຳແຂວງຂອງ Miss Tourism Queen Laos 2018

ແບ່ງປັນ

ເຫັນເປັນກະແສຄຶກຄັກຫຼັງຈາກທີ່ກ່ອນໜ້ານີ້ມີການຖະແຫຼງຂ່າວເປີດໂຕໂຄງການປະກວດ Miss Tourism Queen Laos  2018 ໃນຊ່ວງເດືອນກັນຍາ ແລະ ພໍມາຮອດວັນທີ 5 ຕຸລາ 2018 ທີ່ຜ່ານມາ ເພິ່ນກໍ່ມີການຈັດງານເປີດໂຕນາງງາມ ຜູ້ເຂົ້າປະກວດໂຄງການ Miss Tourism Queen Laos  2018 ແລະ ຈັດພິທີມອບສາຍສະພາຍ ພ້ອມມົງກຸດນາງງາມ ຮັບຕຳແໜ່ງ ທູດວັດທະນະທຳແຂວງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນພາຍໃນງານຍັງມີການຈັດການການເດີນໂຊຊຸດປະຈຳແຂວງຂອງ 20ສາວງາມ ໃນພິທີມອບສາຍສະພາຍ ແລະ ມຸງກຸດທູດວັດທະນະທຳປະຈຳແຂວງ ໃຫ້ກັບ 20ສາວງາມຈາກ 18ແຂວງທົ່ວປະເທດ.

ມີຮູບພາບບັນຍາກາດການເດີນແບບໂຊ ຊຸດປະຈຳແຂວງ ຂອງສາວງາມທັງ 20 ຄົນມາຝາກ, ບອກເລີຍແຕ່ລະຄົນງົດງາມ ແລະ ມີສະເໜ່ຫຼາຍໆ…

ຢ່າງໃດກໍ່ຕາມ ຍັງຈະມີການຈັດກິດຈະກຳເວລາຫວ່າງ ກິດຈະກຳການທ່ອງທ່ຽວລາວ, ກິດຈະກຳ Roadshow ໃນເທສະການບຸນນະມັດສະການພຣະທາດຫຼວງ ເພື່ອໃຫ້ປະຊາຊົນ ແລະ ນາງງາມ ໄດ້ມີສ່ວນຮ່ວມກິດຈະກຳ ການທ່ອງທ່ຽວ ທຳບຸນຮ່ວມກັນ, ເຊິ່ງການປະກວດ Miss Tourism Queen Laos2018  ໄດ້ກຳໜົດຈັດການປະກວດຊິງຊະນະເລີດ ໃນເທສະການບຸນທາດຫຼວງ ຂອງຄໍ່າຄືນວັນສຸກ ວັນທີ 23 ພະຈິກ 2018 ເວລາ 18:00-22:00ມ ນີ້, ຝາກເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງໆສາວງາມທັງ 20 ຄົນກັນແດ່ເດີ້ແຟນໆ.

ຮູບພາບ: Miss Tourism Queen Laos

ແບ່ງປັນ